ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈຳວັນທີ 15 ທັນວາ 2021 ໃຫ້ຮູ້ວ່າ ວັນທີ 14 ທັນວາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.792 ຕົວຢ່າງ ພົບເຊື້ອທັງໝົດ 1.245 ຄົນ (ຕິດເຊື້ອພາຍໃນ ມີ 1.243 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ). ສຳລັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.243 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ຄື

- ນະຄອນຫຼວງວຽງຈັນ (ນວ) ມີ 616 ຄົນ ໃນ 9 ເມືອງ
- ຫຼວງພະບາງ 123 ຄົນ ໃນ 5 ເມືອງ
- ອຸດົມໄຊ 108 ຄົນ ໃນ 5 ເມືອງ
- ບໍ່ແກ້ວ 103 ຄົນ ໃນ 6 ເມືອງ
- ຫຼວງນໍ້າທາ 52 ຄົນ ໃນ 2 ເມືອງ
- ສະຫວັນນະເຂດ 48 ຄົນ ໃນ 5 ເມືອງ
- ແຂວງວຽງຈັນ 44 ຄົນ ໃນ 7 ເມືອງ
- ໄຊຍະບູລີ 29 ຄົນ ໃນ 4 ເມືອງ
- ຈຳປາສັກ 26 ຄົນ ໃນ 4 ເມືອງ
- ບໍລິຄຳໄຊ 18 ຄົນ ໃນ 5 ເມືອງ
- ໄຊສົມບູນ 17 ຄົນ ໃນ 4 ເມືອງ
- ຊຽງຂວາງ 12 ຄົນ ໃນ 1 ເມືອງ
- ເຊກອງ 12 ຄົນ
- ຜົ້ງສາລີ 12 ຄົນ ໃນ 2 ເມືອງ
- ຄຳມ່ວນ 9 ຄົນ ໃນ 4 ເມືອງ
- ຫົວພັນ 8 ຄົນ ໃນ 3 ເມືອງ
- ສາລະວັນ 5 ຄົນ ໃນ 2 ເມືອງ
- ແລະ ແຂວງອັດຕະປື 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ມີ 2 ຄົນ ຈາກນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ທັງໝົດໄດ້ເຂົ້າ ຈຳກັດຢູ່ສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້ ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 93.061 ກໍລະນີ ຄົນເຈັບຫາຍດີອອກໂຮງໝໍວັນທີ 14 ທັນວາ 714 ຄົນ ກໍາລັງປິ່ນປົວ 12.015 ຄົນ ແລະ ເສຍຊີວິດສະສົມທັງໝົດ 256 ຄົນ (ໃໝ່ 6 ຄົນ).
# ຂ່າວ & ພາບ : ອົ່ນ ໄຟສົມທອງ