ນັກຂ່າວ ລາວ-ຢູນນານ ສໍາເລັດຊຸດສໍາມະນາ-ທັດສະນະສຶກສາ ມິດຕະພາບ ແລະ ເສັ້ນທາງລົດໄຟ ລາວ-ຈີນ

ນັກຂ່າວລາວ ແລະ ນັກຂ່າວແຂວງຢູນນານ ສປ ຈີນ ສໍາເລັດການສໍາມະນາ ແລະ ທັດສະ ນະສຶກສາ ໃນຫົວຂໍ້ມິດຕະພາບລາວ-ຈີນ ແລະ ການເປີດເສັ້ນທາງລົດໄຟລາວ-ຈີນ ກິດ ຈະກໍາດັ່ງກ່າວແນໃສ່ຊຸກຍູ້ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຂ່າວ ລະ ຫວ່າງສອງຝ່າຍ.

ພາຍໃຕ້ການຮ່ວມມື ແລະ ການເອົາໃຈໃສ່ຂອງ ສະມາຄົມນັກຂ່າວແຫ່ງ ສປ ຈີນ ສະມາ ຄົມນັກ ຂ່າວແຂວງຢູນນານ ແລະ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຜ່ານກິດຈະກໍາຄັ້ງນີ້ສໍາເລັດລົງ ຢ່າງຈົບງາມ ເຊິ່ງການສໍາມະນາແມ່ນຈັດຂຶ້ນໃນລະຫວ່າງວັນທີ 30 ພະຈິກ ຫາ 4 ທັນວາ 2021 ໃນການສໍາມະນາ ນັກຂ່າວທັງສອງຝ່າຍ ໂດຍສະ ເພາະນັກຂ່າວລາວໄດ້ຮຽນຮູ້ ເຖິງການພັດ ທະນາພາລະກິດຂ່າວສານ-ສື່ມວນຊົນຈີນ 60 ປີ ແຫ່ງມິດຕະພາບລາວ-ຈີນ ການລາຍງານ ຂ່າວໃນສະພາບການລະບາດຂອງໂຄວິດ-19 ຮັບ ຟັງການບັນຍາຍກ່ຽວກັບສະພາບການພັດ ທະນາຂອງ ສປ ຈີນ ແລະ ແຂວງຢູນນານ ແລະ ແລກປ່ຽນປະສົບການກັບໜັງສືພິມລາຍ ວັນແຂວງຢູນນານ ກ່ຽວກັບເສັ້ນທາງລົດໄຟລາວ-ຈີນ.

ນອກນັ້ນກິດຈະກໍາຄັ້ງນີ້ ທັງສອງຝ່າຍຍັງໄດ້ມີໂອກາດເດີນທາງທັດສະນະສຶກສາເສັ້ນທາງລົດໄຟ ລາວ-ຈີນ ໃນວັນທີ 13-14 ທັນວາ ແຕ່ຍ້ອນສະພາບການລະບາດຂອງ ໂຄວິດ-19 ເຮັດໃຫ້ການ ທັດສະນະຈັດຂຶ້ນໃນຮູບແບບອອນລາວເຊິ່ງຝ່າຍລາວແມ່ນທັດສະນະຢູ່ເສັ້ນທາງລົດໄຟລາວ-ຈີນ ຢູ່ຕອນຂອງປະເທດລາວ ກໍຄື ແຕ່ນະຄອນວງວຽງຈັນ ໄປຫາ ບໍ່ເຕນ ແຂວງຫຼວງນໍາທາ ສ່ວນຝ່າຍ ຈີນ ກໍໄດ້ທັດສະນະສຶກສາຕາມເສັ້ໜທາງລົດໄຟເບື້ຶອງຈີນແຕ່ນະຄອນຫຼວງຄູນໝິງ ມາຫາ ສິບ ສອງພັນນາ ການທັດສະນະສຶກສາທັງສອງຝ່າຍຍັງໄດ້ແລກປ່ຽນປະສົບການຕາມເສັ້ນ ທາງລົດໄຟລາວ-ຈີນ ຕື່ມອີກ.

ສໍາລັບການທັດສະນະສຶກສາຄັ້ງນີ້  ຝ່າຍລາວໂດຍ ທ່ານ ຣັດສະຫມີ ດວງສັດຈະ ເລຂາທິການ ສະມາຄົມນັກຂ່າວແຫ່ງ ສປປ ລາວ ມີຕາງຫນ້າຈາກກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ສື່ມວນຊົນຈາກສູນາງ ແລະ ທ່ອງຖິ່ນ ສ່ວນຝ່າຍຈີນນຳ ໂດຍ ທ່ານ ນາງ ເຢ້ ຫຼົງ ຮອງເລຂາທິການສະມາຄົມນັກຂ່າວແຂວງຢຸນນານ(ຫົວຫນ້າຄະນະ) ແລະ ສື່ມວນຊົນຈີນ ເຂົ້າຮ່ວມ.

ມີຄລິບ https://youtu.be/Btfr-HyJQwI

error: Content is protected !!