ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 10 ທັນວາ 2021 ທີ່ກະຊວງສາທາລະນະສຸກ.

ໃນວັນທີ 9 ທັນວາ 2021 ຜ່ານມາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.734 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອໂຄວິດ-19 ທັງໝົດ 1.645 ຄົນ (ຕິດເຊື້ອພາຍໃນ 1,644 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 144 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ແມ່ນຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດດັ່ງນີ້:
- ນະຄອນຫຼວງວຽງຈັນ 924 ຄົນ ໃນ 180 ບ້ານ ແລະ 9 ເມືອງ
- ແຂວງຫຼວງນໍ້າທາ 141 ຄົນ
- ອຸດົມໄຊ 108 ຄົນ
- ບໍ່ແກ້ວ 84 ຄົນ
- ຊຽງຂວາງ 70 ຄົນ
- ຫຼວງພະບາງ 64 ຄົນ
- ແຂວງວຽງຈັນ 48 ຄົນ
- ຫົວພັນ 43 ຄົນ
- ໄຊສົມບູນ 40 ຄົນ
- ບໍລິຄຳໄຊ 39 ຄົນ
- ຈຳປາສັກ 31 ຄົນ
- ໄຊຍະບູລີ 21 ຄົນ
- ສະຫວັນນະເຂດ 19 ຄົນ
- ຄຳມ່ວນ 14 ຄົນ
- ຜົ້ງສາລີ 14 ຄົນ
- ເຊກອງ 11 ຄົນ
- ສາລະວັນ 5 ຄົນ ແລະ
- ແຂວງອັດຕະປື 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກແຂວງສະຫວັນນະເຂດ.
ມາຮອດວັນທີ 9 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ສປປ ລາວ ມີທັງໝົດ 86.148 ຄົນ ເສຍຊີວິດສະສົມ 231 ຄົນ (ໃໝ່ 7 ຄົນ) ປິ່ນປົວຫາຍດີແລ້ວກັບບ້ານໃນວັນທີ 9 ທັນວາ 2021 ຈຳນວນ 653 ຄົນ ແລະ ກໍາລັງປິ່ນປົວ 11.906 ຄົນ.
ສຳລັບ ລາຍລະອຽດຜູ້ເສຍຊີວິດໃໝ່ 7 ຄົນ ມີດັ່ງນີ້:
- ເພດຊາຍ ອາຍຸ 56 ປີ ບ້ານກິ່ວກະຈຳ ເມືອງຊຽງເງິນ ແຂວງຫຼວງພະບາງ
- ເພດຍິງ ອາຍຸ 35 ປີ ບ້ານສັງຄະໂລກ ເມືອງຫຼວງພະບາງ ແຂວງຫຼວງພະບາງ
- ເພດຊາຍ ອາຍຸ 85 ປີ ບ້ານຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
- .ເພດຍິງ ອາຍຸ 74 ປີ ບ້ານນໍ້າຫໍ້ໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
- ເພດຊາຍ ອາຍຸ 22 ປີ ນັກໂທດຢູ່ຄຸມຂັງເມືອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
- ເພດຊາຍ ອາຍຸ 65 ປີ ບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະ ຄອນຫຼວງວຽງຈັນ ແລະ
- ເພດຍິງ ອາຍຸ 87 ປີ ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ 1.118 ບ້ານ ໃນ 115 ເມືອງ ຈາກ 18 ແຂວງ ບ້ານທີ່ກໍານົດເປັນເຂດແດງໃໝ່ມີ 7 ບ້ານ ໃນ 7 ເມືອງ ຈາກ 5 ແຂວງ.
ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອໂຄວິດ-19 ທັງໝົດ 268.676.719 ຄົນ (ໃໝ່ 575.510 ຄົນ) ເສຍຊິວິດ 5.301.584 (ໃໝ່ 6.548 ຄົນ) ແລະ ປີ່ນປົວຫາຍດີ 241.688.158 (ໃໝ່ 398.193 ຄົນ).
# ຂ່າວ – ພາບ : ຊິລິການດາ