ຜັນຂະຫຍາຍວ່າລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ

    ວັນທີ 9 ທັນວາ 2021 ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມເຜີຍແຜກ່ຽວກັບການຈັດຕັ້ງຜັນຂະຫຍາຍວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນດາກົມ ຫ້ອງການ ອົງການໄອຍະການປະຊາຊົນສູງພາກກາງ ອົງການໄອຍະການປະຊາຊົນນະຄອນຫຼວງ ອົງການໄອຍະການປະຊາຊົນເຂດ 4 ເຂດ ແລະ ອົງການໄອຍະການທະຫານພາກກາງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 04/ສພຊ ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດຂອງລັດຖະບານ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ເຂົ້າສູ່ວຽກງານຕົວຈິງຂອງອົງການໄອຍະການປະຊາຊົນ ໃຫ້ເປັນແຜນວຽກບູລິມະສິດສຳຄັນ ດ້ວຍການສຸມໃສ່ຕິດຕາມກວດກາ ການດຳເນີນຄະດີອາຍາກ່ຽວກັບຢາເສບຕິດແຕ່ຫົວທີ ໃຫ້ຮອບດ້ານ ຄົບຖ້ວນ ພາວະວິໄສ ແລະ ຍຸຕິທໍາ ຮັບປະກັນໃຫ້ຜູ້ກະທຳຜິດຕ້ອງໄດ້ຮັບການຖະແຫຼງ ແລະ ສັ່ງຟ້ອງ ຂຶ້ນໃຫ້ສານຕັດສີນລົງໂທດຕາມກົດໝາຍຢ່າງເຂັ້ມງວດ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!