ຄະນະພັກ-ຄະນະບັນຊາກອງພັນໃຫ່ຍ 201 ເຫັນໄດ້ຄວາມຫຍຸ້ງຍາກຂອງປະຊາຊົນ ແລະ ພະນັກ ງານນັກຮົບທີ່ໄປມາຫາສູ່ ພົບຄວາມຫຍຸ້ງຫຍາກລໍາບາກ ຈຶ່ງໄດ້ແຕ່ງຕັ້ງຄະນະພັກ-ພະນັກງານທີ່ກ່ຽວຂ້ອງລົງປຸກລະດົມພໍ່ແມ່ປະຊາຊົນໃຫ້ເຂົ້າຮ່ວມສົມທົບກັບກຳລັງ ປກຊ ກອງພັນໃຫ່ຍ 201 ໃນການສ້າງຂົວໄມ້ຂ້າມແມ່ນໍ້າພູນ ພ້ອມທັງປຸກລະດົມທຶນຮອນຈາກພໍ່ແມ່ປະຊາຊົນ ແລະ ຜູ້ປະກອບການທຸລະກິດພາຍໃນບ້ານສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ.

ການສ້າງຂົວໄມ້ຂ້າມແມ່ນໍ້າພູນ ແມ່ນໄດ້ລົງມືສ້າງໃນວັນທີ 7 ທັນວາ 2021 ແລະ ສ້າງສຳເລັດໃນມື້ ດຽວກັນ ການສ້າງຂົວແຫ່ງນີ້ ແມ່ນສ້າງແບບໃຊ້ຊົ່ວຄາວໃນລະດູແລ້ງ ໃຊ້ສະເພາະໃຫ້ແຕ່ຄົນຍ່າງຂ້າມ ແລະ ນໍາໃຊ້ລົດຈັກ ລົດຖີບເທົ່ານັ້ນ ໃນການສັນຈອນໄປ-ມາ ເຊິ່ງນຳພາຂອງທ່ານພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ 201 ແລະ ທ່ານ ພັນໂທ ຄຳແສງ ພັນອິນດາ ຫົວໜ້າການທະຫານກອງພັນໃຫຍ່ 201 ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພັນໃຫຍ່ 201 ກຳລັງແຮງງານຈາກພະນັກງານ-ນັກຮົບກອງຮ້ອຍ ໝວດ ກອງພັນນ້ອຍ ທີ່ຂຶ້ນກັບກອງພັນໃຫຍ່ 201 ເຂົ້າຮ່ວມ.

ທ່ານ ພັນຕີ ເພັດສອນ ອິນສະໜາ ຫົວໜ້າຂະແໜງຊ່າງແສງ ກອງພັນໃຫຍ່ 201 ຜູ້ຊີ້ນໍາການສ້າງຂົວ ໃຫ້ຮູ້ວ່າ:ເພື່ອປະຕິບັດຄໍາສັ່ງຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່ 201 ມອບໝາຍໃຫ້ ໃນນາມວິຊາການຊີ້ນຳລວມສ້າງຂົວຂ້າມແມ່ນ້ຳພູນ ແມ່ນໄດ້ຈັດຕັ້ງນຳພາກຳລັງໄປຕັດໄມ້ຈຳນວນ 1.150 ລຳ ໃນນີ້ ມີໄມ້ປ່ອງ 700 ລຳ ການສ້າງຂົວແມ່ນໄດ້ແບ່ງໝ້າວຽກໃຫ້ແຕ່ລະຈຸພາກັນສານແຕະເຮັດເປັນກະຈວຍ ເຊິ່ງມີຄວາມກວ້າງ 1,20 ແມັດ ຍາວ 72 ແມັດ ແຕ່ລະປີ ຫຼັງຈາກສີ້ນສຸດລະດູຝົນແລ້ວ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ແມ່ນໄດ້ຄົ້ນຄວ້າຕົກລົງໃຫ້ຂະແໜງຊ່າງແຊ່ງຂຶ້ນແຜນເຮັດຂົວຂ້າມນ້ຳພູນເພື່ອເຮັດໃຫ້ພະນັກງານ-ນັກຮົບ ພໍ່ແມ່ປະຊາຊົນ ໄປມາຫາສູ່ກັນໄດ້ສະດວກສະບາຍຂື້ນກວ່າເກົ່າ ຍ້ອນຄວາມສາມັກຄີ ແລະ ການຮ່ວມຈິດຮ່ວມໃຈ ຮ່ວມມືຂອງບັນດາພະນັກງານ-ນັກຮົບພາຍໃນກົມກອງ ແລະ ພໍ່ແມ່ປະຊາຊົນ ຈຶ່ງເຮັດໃຫ້ການສ້າງຂົວຄັ້ງນີ້ສຳເລັດລົງພາຍໃນ 1 ວັນ.

# ຂ່າວ – ພາບ : ຊິລິການດາ