ພະສົງສາມະເນນວັດຊຳປັກແຮດ ຮ່ວມບໍລິຈາກເລືອດ

    ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ ໃນຍາມວິກິດຂາດເຂີນເລືອດ ວັນທີ 8 ທັນວາ 2021​ ວັດຊໍາປັກແຮດ ນະຄອນຫຼວງວຽງຈັນ ຮ່ວມກັບສູນເລືອດ​ແຫ່ງຊາດ​ ອົງການ​ກາແດງລາວ​ ຈັດກິດຈະກໍາຮັບບໍລິຈາກເລືອດຂຶ້ນ ທີ່ວັດດັ່ງກ່າວ.

    ກິດຈະກຳຮັບບໍລິຈາກເລືອດຄັ້ງນີ້ ມີ​ພະສົງສຳມະເນນ ແມ່​ຊີ ຈຳນວນ 12 ອົງ ແລະ ອອກຕົນຍາດ  ຍົມເຂົ້າຮ່ວມບໍລິຈາກນຳ ຈຳນວນ 5 ທ່ານ.

    ຂໍອະນຸໂມທະນາ​ບຸນ​ນຳ​ ທຸດອາດ ທຸກອົງ ທຸກໆທ່ານ ທີ່ໃຫ້ການປະກອບສ່ວນບໍລິຈາກເລືອດໃນຄັ້ງນີ້ດ້ວຍ.

# ຂ່າວ – ພາບ : ບຸນມີ

error: Content is protected !!