ສ້າງຄວາມເຂັ້ມແຂງໃນວຽກງານຂໍ້ມູນຂ່າວສານ

    ເພື່ອເປັນສ້າງຄວາມເຂັ້ມແຂງໃນວຽກງານຂໍ້ມູນຂ່າວສານ ທາງດ້ານທັກສະພື້ນຖານຂອງການຂຽນບົດຂ່າວ ແລະ ການຖ່າຍເກັບຮູບພາບ ໃຫ້ພະນັກງານລັດຖະກອນ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມທົ່ວປະເທດ ໃນວັນທີ 8 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ ດ້ວຍກອງປະຊຸມທາງໄກ ໂດຍມີທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ຫົວໜ້າພະແນກ ຮອງພະແນກ ມີຄູເຝິກຈາກະແນກຂໍ້ມູນຂ່າວສານ ຮສສ ພ້ອມບັນດາຜູ່ຮັບຜິດຊອບວຽກງານຂ່າວສານ ແລະ ເຕັກໂນໂລຊີ ຮສສ ທົ່ວປະເທດເຂົ້າຮ່ວມ.

    ຊຸດເຝິກອົບຮົມຄັ້ງນີ້ ເປັນການສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານຂະແໜງ ຮສສ ໃຫ້ໃຫ້ມີທັກສະຄວາມຮູ້ພື້ນຖານໃນການຂຽນບົດຂ່າວ ເປັນຕົ້ນແມ່ນ: ທັກສະການກໍານົດຫົວຂໍ້ຂ່າວໃຫ້ເປັນທີ່ສົນໃຈຂອງຜູ້ອ່ານ ຂັ້ນຕອນການດຳເນີນການຂຽນບົດຂ່າວຕາມຫຼັກການໃນການຂຽນຂ່າວ ການນໍາໃຊ້ພາສາໃນການຂຽນຂ່າວ ການສະຫຼຸບສັງລວມຂອງບົດຂ່າວ ແລະ ການຖ່າຍເກັບຮູບພາບປະກອບໃສ່ຂ່າວ.

    ໂອກາດນີ້ ທ່ານ ບຸນຍອດ ຈັນທະວອນ ຍັງໄດ້ຮຽກຮ້ອງໃຫ້ຜູ້ຮັບຜິດຊອບວຽກງານຂໍ້ມູນຂ່າວສານ ຈົ່ງສຸມສະຕິປັນຍາ ຄວາມຮູ້ຄວາມສາມາດຂອງຕົນໃສ່ວຽກງານດັ່ງກ່າວ ເພື່ອເປັນກະບອກສຽງທີ່ສໍາຄັນໃນການໂຄສະນາເຜີຍແຜ່ບັນດາລະບຽບການ ກົດໝາຍ ແລະ ຂໍ້ມູນຂ່າວສານທາງດ້ານແຮງງານ ແລະ ສະຫວັດດີການສັງຄົມອື່ນໆ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈໃຫ້ຫຼາຍຂຶ້ນ .

# ຂ່າວ – ພາບ : ບຸນມີ

error: Content is protected !!