ມາເລເຊຍຊ່ວຍເຫຼືອວັກຊີນ Astra Zeneca ຈຳນວນ 283.400 ໂດສ໌ ໃຫ້ ສປປ ລາວ ແລ້ວ.

    ລັດຖະບານແຫ່ງມາເລເຊຍ ໄດ້ໃຫ້ການຊ່ວຍເຫຼືອວັກຊີນກັນພະຍາດໂຄວິດ-19 Astra Zeneca ຈໍານວນ 283.400 ໂດສ໌ ເເກ່ ສປປ ລາວ ວັນທີ 8 ທັນວາ 2021 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້ນຮ່ວມຂອງທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາ ລະນະສຸກ ພ້ອມດ້ວຍທ່ານ ນາງ Rafiqa Hazura Md Ridzuan ອຸປະທູດຊົ່ວຄາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ ໂດຍຈະນຳເອົາວັກຊີນດັ່ງກ່າວມາເສີມຂະຫຍາຍຂະບວນການສັກວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະໃນປັດຈຸບັນນີ້ ທີ່ ສປປ ລາວ ໄດ້ກໍານົດເປົ້າໝາຍໃໝ່ຂອງການສັກວັກຊີນໃຫ້ໄດ້ 70% ຂອງປະຊາກອນທັງໝົດໃນທ້າຍປີ 2021.

error: Content is protected !!