ຈັບສະຫຼາກຄົ້ນຫາຜູ້ໂຊກດີ “ເງິນຝາກທະວີໂຊກ” ມູນຄ່າລາງວັນຫຼາຍກວ່າ 400 ລ້ານກີບ.

      ທະນາຄານ ຊາຄອມແບັງ ລາວ ຫຼື (Sacombank Lao) ໄດ້ຈັດໂປຣໂມຊັນ ”ເງິນຝາກທະວີໂຊກ” ເພື່ອຄືນກໍາໄລໃຫ້ແກ່ລູກຄ້າທຸກທ່ານທີ່ເຂົ້າຮ່ວມລາຍການ ນັບວັນທີ 24/05/2021 ຈົນເຖິງ ວັນທີ 30/11/2021 ເຊິ່ງຂອງລາງວັນປະກອບມີ: ເງິນຝາກປະຢັດສະສົມຈຳນວນ 1 ລ້ານກີບ ຈໍານວນ 20 ລາງວັນ; ລົດຈັກ ຈຳນວນ 3 ລາງວັນ ແລະ ບັນຊີເງິນຝາກປະຈຳມູນຄ່າ 100 ລ້ານກີບ ລວມທັງໝົດຫຼາຍກວ່າ 400 ລ້ານກີບ.

      ພາຍໃນງານໃຫ້ກຽດເຂົ້າຮ່ວມ ທ່ານ ນາງ ຄອນມະນີ ພິມວົງສາ, ຕາງໜ້າກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານເເຫ່ງ ສປປ ລາວ; ທ່ານ ສຸລິຄໍາ ເເຈ້ງສະຫວ່າງ, ຕາງໜ້າກົມທະບຽນ ເເລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ເເລະ ການຄ້າ; ທ່ານ ນາງ ດາວອນ ລັດຕະນາ, ຕາງໜ້າບ້ານຫາຍໂສກ ແລະ ທ່ານ ຟານ ເເທງ ຕວັນ ຮອງຜູ້ອໍານວຍການໃຫຍ່ ພ້ອມທັງເປັນສະມາຊິກສະພາບໍລິຫານ ທະນາຄານຊາຄອມເເບັງ ລາວ ພ້ອມດ້ວຍບັນດາລູກຄ້າ ແລະ ພະນັກງານຊາຄອມແບັງ ລາວ ເຂົ້າຮ່ວມເປັນສັກຂີພະຍານ. 

      ທ່ານ ຟານ ເເທງ ຕວັນ ຮອງຜູ້ອໍານວຍການໃຫຍ່ ທະນາຄານຊາຄອມເເບັງ ລາວ ກໍ່ກ່າວບາງຕອນສໍາຄັນວ່າ: ທະນາຄານ ຊາຄອມແບັງ ລາວ ມີຊື່ເຕັມວ່າ ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ, ເປັນທະນາຄານຂອງຫວຽດນາມລົງທຶນຕ່າງປະເທດ 100% ແຫ່ງທຳອິດທີ່ ສປປ ລາວ; ເປັນທະນາຄານໃຫ້ບໍລິການທາງດ້ານການເງິນແບບຄົບວົງຈອນແກ່ບັນດາລູກຄ້າລາຍຍ່ອຍ ຊຶ່ງໄດ້ເນັ້ນໜັກການບໍລິການສຳລັບທຸລະກິດ SMEs ເປັນຫຼັກ. ຕະຫຼອດໄລຍະຜ່ານມາ ທະນາຄານ ຊາຄອມແບັງ ລາວ ມຸ່ງຫວັງທີ່ຈະສ້າງກິດຈະກໍາ ແລະ ຜະລິດຕະພັນໃໝ່ໆໃຫ້ມີຫຼາກຫຼາຍທາງເລືອກ ເພື່ອຕອບໂຈດຄວາມຕ້ອງການຂອງລູກຄ້າ. 

      ໃນຊຸມປີຜ່ານມາ, ພວກເຮົາປະສົບຜົນສຳເລັດໃນການຈັດໂປໂມຊັນຫຼາຍໆຄັ້ງ ແລະ ໄດ້ຮັບການຕອບຮັບທີ່ດີຈາກລູກຄ້າຜ່ານມາ; ກໍ່ເຊັ່ນດຽວກັນປີນີ້ ທະນາຄານ ຊາຄອມແບັງ ລາວ ໄດ້ສືບຕໍ່ຈັດກິດຈະກຳໂປໂມຊັນຂຶ້ນອີກ ມີຊື່ວ່າ: “ເງິນຝາກທະວີໂຊກ” ຊຶ່ງເປັນກິດຈະກໍາຄືນກໍາໄລແກ່ລູກຄ້າທຸກທ່ານ ທີ່ໄດ້ເລີ່ມຈັດຂຶ້ນຕັ້ງແຕ່ວັນທີ 24/05/2021 ຈົນເຖິງ ວັນທີ 30/11/2021 ຂອງລາງວັນປະກອບມີ: ເງິນຝາກປະຢັດສະສົມ ຈຳນວນ 1 ລ້ານກີບ ຈໍານວນ 20 ລາງວັນ; ລົດຈັກ ຈຳນວນ 3 ລາງວັນ ແລະ ລາງວັນພິເສດແມ່ນ ບັນຊີເງິນຝາກປະຈຳ ທີ່ມີມູນຄ່າ 100 ລ້ານກີບ ລວມມູນຄ່າທັງໝົດຫຼາຍກວ່າ 400 ລ້ານກີບ.

+ ສໍາລັບລູກຄ້າຜູ້ໂຊກດີໄດ້ຮັບລາງວັນພິເສດ ປື້ມບັນຊີເງິນຝາກປະຈໍາ ມີມູນຄ່າ 100 ລ້ານກີບໄດ້ແກ່: ທ່ານ ນາງ ນິດທິດາ ລາດຊະວົງ.

+ ລາງວັນທີ2 ລົດຈັກຟີໂນ ຈຳນວນ 3 ລາງວັນ ໄດ້ແກ່: ທ່ານ ນາງ ສາຍສະໝອນ ດວງປະເສີດ; ທ່ານ ສອນທະນູ ແສງບົວລົມ ແລະ ທ່ານ ນາງ ສຽວເໝີຍ ຫລີ.

+ ສ່ວນລາງວັນທີ 3 ປຶ້ມບັນຊີເງິນຝາກປະຢັດສະສົມ 1 ລ້ານກີບ ຈໍານວນ 20 ລາງວັນກໍ່ໄດ້ປະກາດຜູ້ໂຊກດີເປັນທີ່ຮຽບຮ້ອຍເຊັ່ນກັນ.

ທະນາຄານ ຊາຄອມແບັງ ລາວ ນອກຈາກຈະໄດ້ຮັບຄວາມໄວ້ວາງໃຈຈາກບັນດາອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງສາກົນ, ເປັນຂົວຕໍ່ສະໜອງບ້ວງທຶນທີ່ມີອັດຕາດອກເບ້ຍຕໍ່າໃຫ້ແກ່ບັນດາຫົວໜ່ວຍທຸລະກິດ SMEs ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ດ້ວຍຜົນງານການເຄື່ອນໄຫວອັນພົ້ນເດັ່ນດັ່ງກ່າວ ທະນາຄານ ຊາຄອມແບັງ ລາວ ຈຶ່ງໄດ້ຮັບການຄັດເລືອກເປັນ “ທະນາຄານ SMEs ທີ່ດີທີ່ສຸດໃນ ສປປ ລາວ ປະຈຳປີ 2021” 2 ປີຊ້ອນ. ຈາກວາລະສານ Global Banking and Finance Review ຈາກປະເທດອັງກິດ.

error: Content is protected !!