ຮ່ວມໃຈສະໜັບສະໜູນທຶນການສຶກສາ ໃຫ້ນັກສຶກສາຂະແໜງ ວິຊາຊີບຍຸຕິທຳ.

    ໂດຍເຫັນໄດ້ຄວາມສໍາຄັນຂອງນັກສຶກສາຜູ້ດ້ອຍໂອກາດ ໂດຍສະເພາະແມ່ນນັກສຶກສາເພດຍິງທີ່ກໍາລັງສຶກສາຢູ່ສະຖາບັນຍຸຕິທຳແຫ່ງຊາດໃນສົກຮຽນ ປີ 2021-2022 ສະນັ້ນ ບໍລິສັດ ພູສີ ກຣຸບ ຮ່ວມກັບກຸ່ມບໍລິສັດໂຊກໄຊ ແລະ ບໍລິສັດ ເອໄອເອັຟ ກຣຸບ ຈຶ່ງໄດ້ສະໜັບສະໜູນທຶນການສຶກສາໃຫ້ແກ່ນ້ອງນັກຮຽນທີ່ເປັນເພດຍິງ ຈໍານວນ 30 ທຶນ ລວມມູນຄ່າຫຼາຍຮ້ອຍລ້ານກີບ.

    ພິທີມອບ-ຮັບທຶນການສຶກສາໃຫ້ແກ່ນັກສຶກສາເພດຍິງຜູ້ດ້ອຍໂອກາດໃນຂະແໜງວິຊາຊີບຍຸຕິທຳ ຈັດຂຶຶ້ນໃນວັນທີ 7 ທັນວາ 2021 ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ບຸນຕາ ສໍພາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ທ່ານ ສີທາ ພົມມະຈິດ ຮອງປະທານສະພາບໍລິຫານ ບໍລິສັດ ພູສີ ກຣຸບ ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ ທ່ານ ພົນຕີ ບຸນມີ ແສງຄຳຢອງ ຮອງຜູ້ອໍານວຍການອາວຸໂສ ບໍລິສັດ ເອໄອເອັຟ ກຣຸບ ພ້ອມດ້ວຍຫົວໜ້າພະແນກ ຫົວໜ້າພາກວິຊາ ແລະ ຄູອາຈານຂອງສະຖາບັນຍຸຕິທຳແຫ່ງຊາດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!