ປຶກສາຫາລືການດໍາເນີນໂຄງການທົດລອງຄືນໃໝ່ກັບພາກສ່ວນກ່ຽວຂ້ອງ ກ່ຽວກັບທະນາຄານຂີ້ເຫຍື້ອ

   ທະນາຄານຂີ້ເຫຍື້ອຣີໄຊເຄິລໃນໂຮງຮຽນ ພາຍໃຕ້ໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບປັບປຸງສິ່ງແວດລ້ອມຕົວເມືອງໃນ ສປປ ລາວ ຈັດກອງປະຊຸມທະນາຄານຣີໄຊເຄິລຂີ້ເຫຍື້ອປະຈໍາປີ 2021 ວັນທີ 8 ທັນວາ ທີ່ໂຮງແຮມແລນມາກ ເປັນປະທານຮ່ວມຂອງທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ທ່ານ ນາງ ໂຊມິ ຄິມ ຜູ້ຊ່ຽວຊານໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບປັບປຸງສິ່ງແວດລ້ອມຕົວເມືອງໃນ ສປປ ລາວ ມີບັນດາຜູ້ຕາງໜ້າຈາກໂຮງຮຽນ 10 ໂຮງຮຽນໃນທົ່ວນະຄອນຫຼວງວຽງຈັນ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ 4 ເມືອງໃນ ແລະ ພາກສ່ວນກ່ຽວຂ້ອງຂອງໂຄງການເຂົ້າຮ່ວມ. 

    ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການດໍາເນີນໂຄງການທົດລອງຄືນໃໝ່ກັບພາກສ່ວນກ່ຽວຂ້ອງ ເບິ່ງຄືນຄວາມຄືບໜ້າ ແລະ ນໍາສະເໜີບາດກ້າວຕໍ່ໄປຂອງໂຮງຮຽນທົດລອງ ການກໍານົດສິ່ງທ້າທາຍທີ່ອາດຈະເກີດຂຶ້ນໃນການເລີ່ມຕົ້ນຄືນໃໝ່ ແລະ ຂະຫຍາຍໂຄງການທົດລອງ ໂດຍຄໍານຶງເຖິງສະຖານະການການລະບາດພະຍາດໂຄວິດ-19 ສ້າງຕັ້ງ ແລະ ສົ່ງເສີມການຮ່ວມມືກັບຄູ່ຮ່ວມງານຂອງອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ແລະ ໂຮງຮຽນອື່ນໆທີ່ມີທ່າແຮງ ນອກນັ້ນ ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີກິດຈະກໍາ ແລະ ການອັບເດດສະຖານະການການຈັດຕັ້ງປະຕິບັດໃນປັດຈຸບັນຂອງ 10 ໂຮງຮຽນ ປຶກສາຫາລືກ່ຽວກັບຫົວຂໍ້ບໍລິສັດເກັບຊື້ຂີ້ເຫຍື້ອຣີໄຊເຄິລ ສາມາດໃຫ້ບໍລິການເກັບຊື້ພາຍໃຕ້ເງື່ອນໄຂໃດແດ່ ການແກ້ໄຂບັນຫາໂດຍການນໍາໃຊ້ດ້ານຂໍ້ມູນໄອທີມາຊ່ວຍໃນການເກັບຊື້ຂີ້ເຫຍື້ອຣີໄຊເຄິລ  ນອກນີ້ ໃນກອງປະຊຸມຍັງໄດ້ມີການມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ໂຮງຮຽນທີ່ເຂົ້າຮ່ວມການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄງການທະນາຄານຣີໄຊເຄິລຂີ້ເຫຍື້ອປະຈໍາປີ 2021.

# ຂ່າວ – ພາບ : ຂັນທະວີ 

error: Content is protected !!