ສົນທະນາສິ່ງເອື້ອອໍານວຍຄວາມສະດວກການຮ່ວມມື ແລະ ການລົງທຶນໃນຂະແໜງພະລັງງານທົດແທນ

    ກອງປະຊຸມດ້ານພະລັງງານ ສປປ ລາວ-ສ.ເກົາຫຼີ ປີ 2021 ແບບອອນລາຍ ຈັດຂຶ້ນວັນທີ 8 ທັນວາ 2021 ທີ່ໂຮງແຮມຄຣາວ ພລາຊາ ເປັນປະທານຮ່ວມຂອງ ທ່ານ ຈຸງ ກວານ ຄິມ (Jung-Gwan Kim) ປະທານສະພາພະລັງງານເພື່ອອະນາຄົດຂອງ ສ.ເກົາຫຼີ ອະດີດຮອງລັດຖະມົນຕີກະຊວງການຄ້າ ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ທ່ານ ວຸນຊໍາ ແຊວ (Wonsam Seo) ທີ່ປຶກສາລັດຖະມົນຕີ ຈາກສະຖານທູດ ສ. ເກົາຫຼີ ປະຈຳລາວ ແລະ ທ່ານ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາພາກສ່ວນກ່ຽວຂ້ອງ ແລະ ບັນດາບໍລິສັດພະລັງງານຊັ້ນແນວໜ້າຂອງສອງປະເທດເຂົ້າຮ່ວມ. 

    ທ່ານ ຈຸງ ກວານ ຄິມ ກ່າວວ່າ: ເນື່ອງຈາກຕະຫຼາດພາຍໃນປະເທດ ສ.ເກົາຫຼີ ອີ່ມຕົວ ບັນດາບໍລິສັດພະລັງງານຂອງ ສ.ເກົາຫຼີ ກໍາລັງຊອກຫາໂອກາດພັດທະນາໂຄງການທົ່ວໂລກ ໂດຍສະເພາະ ບັນດາຂະແໜງພະລັງງານທົດແທນເຊັ່ນ: ຂະແໜງພະລັງງານແສງຕາເວັນ ແລະ ພະລັງງານລົມ ການຮ່ວມຈັດກອງປະຊຸມຄັ້ງນີ້ ເພື່ອອໍານວຍໃຫ້ແກ່ການຮ່ວມມື ແລະ ການລົງທຶນໃນຂະແໜງພະລັງງານທົດແທນຂອງລາວ ເຊິ່ງຫວັງວ່າເຕັກໂນໂລຊີຂອງ ສ.ເກົາຫຼີ ຈະສາມາດນຳໃຊ້ໃນຂະແໜງພະລັງງານທີ່ຫຼາກຫຼາຍ ເພື່ອຍົກລະດັບຄວາມຍືນຍົງດ້ານພະລັງງານຂອງປະເທດລາວ ແລະ ເຮັດໃຫ້ ສປປ ລາວ ເປັນປະເທດທີ່ຂຽວສົດໃສຂຶ້ນ. 

    ທ່ານ ອາຄົມເດດ ວົງໄຊ ໄດ້ກ່າວວ່າ: ສປປ ລາວ ກໍາລັງມີແຜນຈະເພີ່ມການຜະລິດກະແສໄຟຟ້າດ້ວຍຄວາມຄາດຫວັງທີ່ຈະຮ່ວມມືກັບບໍລິສັດເຕັກໂນໂລຊີຂັ້ນສູງ ເຖິງແມ່ນວ່າໂຄງການໄຟຟ້າສ່ວນໃຫຍ່ໄດ້ລົງນາມໃນ MOUs ແລະ PDAs ແຕ່ຍັງມີຊ່ອງຫວ່າງທີ່ຈະຮ່ວມມື ແລະ ລົງທຶນຮ່ວມກັນກັບບໍລິສັດພະລັງງານຂອງເກົາຫຼີ. 

    ທ່ານ ປິງຊົ່ງກິມ ຜູ້ອຳນວຍການໃຫຍ່ອົງການສົ່ງເສີມການຄ້າ-ການລົງທຶນຈາກ ສ.ເກົາຫຼີ (KOTRA) ປະຈຳນະຄອນຫຼວງວຽງຈັນ ກ່າວຕື່ມວ່າວ່າ: ປີຜ່ານມາ ກອງປະຊຸມນີ້ໄດ້ຈັດຂຶ້ນຢູ່ຫວຽດນາມ ແລະ ມຽນມາ ເຊິ່ງໄດ້ຊ່ວຍໃຫ້ບັນດາບໍລິສັດພະລັງງານຂອງ ສ.ເກົາຫຼີ ເຂົ້າມາຮ່ວມພັດທະນາໂຄງການໃໝ່ຢູ່  2  ປະເທດ  ສະນັ້ນ ມັນຈະມີຄວາມໝາຍຄວາມສໍາຄັນທີ່ຈະເຮັດໃຫ້ເກີດຂຶ້ນຢູ່ ສປປ ລາວ ໃນປີນີ້ ແລະ ອົງການ KOTRA ແມ່ນໄດ້ເຮັດວຽກເປັນເວທີເຊື່ອມຕໍ່ຜູ້ພັດທະນາພະລັງງານຂອງລາວ ແລະ ນັກລົງທຶນ ແລະ ຜູ້ສະໜອງເຕັກໂນໂລຊີຈາກ ສ.ເກົາຫຼີ. 

    ກອງປະຊຸມຄັ້ງນີ້ ໄດ້ຈັດເປັນສອງພາກ ມີພາກປະຊຸມຂອງກະຊວງພະລັງງານ ແລະ ບໍ່ແຮ່ ກັບ KOTRA ແລະ ສະພາພະລັງງານເພື່ອອະນາຄົດ ຂອງ ສ.ເກົາຫຼີ ແລະ ພາກທີ່ສອງຂອງກອງປະຊຸມ ແມ່ນພາກການສະເໜີວິທີແກ້ໄຂບັນຫາຕ່າງໆດ້ານພະລັງານ ທີ່ເກີດຂຶ້ນໃນປະເທດລາວ.

# ຂ່າວ – ພາບ : ຂັນທະວີ 

error: Content is protected !!