ກອງປະຊຸມໃຫຍ່ສະໄໝທີ VIII ຜູ້ແທນພະສົງທົ່ວປະເທດຂອງ ອພສ ຈະຈັດຂຶ້ນວັນທີ 9 ທັນວາ

    ພະຍອດຄຳ ດຳຣົງ ພິມມະຈັກ ຫົວໜ້າຫ້ອງການບໍລິຫານງານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບການກອງປະຊຸມໃຫຍ່ສະໄໝທີ VIII ຜູ້ແທນພະສົງທົ່ວປະເທດຂອງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ) ວັນທີ 8 ທັນວາ 2021 ທີ່ຫໍທໍາມະສະພາ ມີພຣະຫຼັກແກ້ວ ມະຫາເວດ ມະເສໃນ ຮອງປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ຜູ້ຊີ້ນຳວຽກງານເຜີຍແຜ່ສິນລະທຳ ແລະ ປະຕິບັດກຳມະຖານທົ່ວປະເທດ ພ້ອມດ້ວຍມີບັນດາຄະນະສົງ ແລະ ບັນດາສື່ມວນຊົນເຂົ້າຮ່ວມ. 

    ພະຍອດຄຳ ດຳຣົງ ພິມມະຈັກ ກ່າວວ່າ: ກອງປະຊຸມໃຫຍ່ສະໄໝທີ VIII ຜູ້ແທນພຣະສົງທົ່ວປະເທດຂອງ ອພສ ຈະຈັດຂຶ້ນວັນທີ 9 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍໃຊ້ເວລາພຽງ 1 ວັນເທົ່ານັ້ນ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ກອງປະຊຸມຈະໄດ້ຈັດຂຶ້ນແບບທາງໄກ ໃນນີ້ ຄະນະສົງທີ່ຢູ່ນະຄອນຫຼວງວຽງຈັນຈະໄດ້ເຂົ້າຮ່ວມກອງປະຊຸມຢູ່ຫໍປະຊຸມແຫ່ງຊາດ ສ່ວນຄະນະສົງບັນດາແຂວງຕ່າງໆໃນທົ່ວປະເທດ ຈະໄດ້ເຂົ້າຮ່ວມກອງປະຊຸມໃນຮູບແບບທາງໄກ ໂດຍມີຈຸດເຕົ້າໂຮມຢູ່ຫ້ອງວ່າການປົກຄອງແຂວງ. 

    ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນພະສົງທົ່ວປະເທດຈະໄດ້ພ້ອມກັນສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງ ອພສ ໃນໄລຍະ 5 ປີທີ່ຜ່ານມາ ສະເໜີທິດທາງແຜນການ ການເຄື່ອນໄຫວວຽກງານໃນໄລຍະ 5 ປີຕໍ່ໜ້າ ແລະ ແຜນຍຸດທະສາດຂອງ ອພສ ສະຫຼຸບການຈັດຕັ້ງນໍາພາຂອງຄະນະກໍາມະການບໍລິຫານສູນກາງ ອພສ ສະໄໝທີ VII ຕໍ່ການເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ ແລ້ວກຽມຄັດເລືອກຄະນະບໍລິຫານງານສູນກາງ ອພສ ສະໄໝທີ VIII ຕໍ່ໄປ ຜ່ານເງື່ອນໄຂມາດຕະຖານບຸຄະລາກອນສົງທີ່ຈະເຂົ້າເປັນຄະນະກໍາມະການບໍລິຫານງານສູນກາງ ອພສ ສະໄໝທີ VIII ສະເໜີລາຍຊື່ຄະນະບໍລິຫານງານປະຈໍາການສູນກາງ ອພສ ປະທານ ຮອງປະທານ ຫົວໜ້າຫ້ອງການບໍລິຫານ ບັນດາຫົວໜ້າກໍາມາທິການ ແລະ ຄະນະທີ່ປຶກສາສູນກາງ ອພສ ເພື່ອໃຫ້ຄະນະກໍາມະການບໍລິຫານສູນກາງ ອພສ ສະໄໝທີ VIII ຮັບຮອງເອົາການແຕ່ງຕັ້ງ ນອກຈາກນີ້ ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາຄິດເຫັນຈາກບັນດາກະຊວງ ແລະ ອົງການທຽບເທົ່າທີ່ກ່ຽວຂ້ອງໃນຫົວຂໍ້ຕ່າງໆຄື: ບົດບາດຂອງພະສົງລາວຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ການຄຸ້ມຄອງລັດຕໍ່ວຽກງານສາສະໜາຢູ່ ສປ ລາວ ຄວາມສໍາຄັນຂອງການສຶກສາສົງໃນປັດຈຸບັນ ພະສົງກັບການອະນຸຮັກສາປູສະນີຍະສະຖານ ແລະ ວັດຖຸບູຮານທາງພະພຸດທະສາສະໜາ. ພິເສດກອງປະຊຸມໃຫຍ່ຄັ້ງນີ້ ປະທານສູນກາງ ອພສ ຄົນໃໝ່ ຍັງຈະໄດ້ໃຫ້ຄໍາແນະນໍາວຽກງານຈຸດສຸມຂອງສູນກາງ ອພສ ສໍາລັບປີ 2021 ເຖິງຕົ້ນປີ 2022 ຕໍ່ຄະນະກໍາມະການບໍລິຫານງານສູນກາງ ອພສ ສະໄໝທີ VIII ແລະ ໄດ້ຮັບຟັງການກ່າວຄໍາຖວາຍ ໂອ້ລົມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີຕື່ມອີກ.

# ຂ່າວ – ພາບ : ຂັນທະວີ 

error: Content is protected !!