ຈັບເປົ້າໝາຍຢາເສບຕິດລາຍໃຫຍ່ ໄດ້ພ້ອມຢາໄອສ໌ 400 ຖົງ ແລະ ເຮໂຣອິນ 200 ແທ່ງ

    ວັນທີ 6 ທັນວາ 2021 ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ສາມາດຈັບເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່ໄດ້ ຊື່ທ້າວ ກ໋ອບ ອາຍຸ 20 ປີ ຢູ່ບ້ານຖິ່ນແທ່ນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມຢາເສບຕິດ ຈຳນວນ 12 ເປົາ. ໃນນີ້ ມີເຮໂຣອິນ 2 ເປົາ ລວມມີ 200 ແທ່ງ ນ້ຳໜັກ 76 ກິໂລກຣາມ ແລະ ຢາໄອສ໌ 10 ເປົາ ລວມມີ 400 ຖົງ ນ້ຳໜັກ 420 ກິໂລກຣາມ ພ້ອມລົດກະບະວີໂກ້ແຊັມ ສີຂາວ ປ້າຍທະບຽນ ກກ 0655 ກໍາແພງ ນະຄອນ.

    ປັດຈຸບັນ ເຈົ້າໜ້າທີ່ພວມດຳເນີນການສອບສວນຂະຫຍາຍຜົນ ສືບຄົ້ນຫາຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍ.

# ຂ່າວ & ພາບ :  ໄຊບັນດິດ

error: Content is protected !!