ລາວ-ເກົາຫຼີ ຮັດແໜ້ນການຮ່ວມມືວຽກງານກວດສອບ

    ວັນທີ 6 ທັນວາ 2021 ທີ່ອົງການກວດສອບແຫ່ງລັດ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມກອງປະຊຸມພົບປະຜ່ານລະບົບສື່ສານທາງໄກ ກັບທ່ານ ປອ ນາງ ມິນ ອາ ຄັງ (Min Ah KANG) ອະດີດຮັກສາການປະທານສະພາກວດສອບ ແລະ ກວດກາ ສ. ເກົາຫຼີ ທັງເປັນຄະນະກໍາມະການຂອງສະພາກວດສອບ ແລະ ກວດກາ ສ. ເກົາຫຼີ ພ້ອມດ້ວຍຄະນະຜູ້ແທນຈາກບັນດາພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

    ກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລືກັນກ່ຽວກັບກົນໄກການຮ່ວມມືໃນຂົງເຂດວຽກງານການກວດສອບ ເພື່ອປະກອບສ່ວນໃຫ້ແກ່ການຮ່ວມມືສອງປະເທດ ລາວ ແລະ ສ. ເກົາຫຼີ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ເຊິ່ງໃນໄລຍະເດືອນກັນຍາ 2021 ສະພາກວດສອບ ແລະ ກວດກາ ສ. ເກົາຫຼີ ກໍໄດ້ຈັດການເຝິກອົບຮົມຜ່ານລະບົບສື່ສານທາງໄກ ໃນການສ້າງຄວາມອາດສາມາດວຽກງານການກວດສອບໃຫ້ແກ່ພະນັກງານຂອງອົງການກວດສອບແຫ່ງລັດ ໃນໂອກາດດັ່ງກ່າວ ທ່ານ ມະໄລທອງ ກົມມະສິດ ໄດ້ຍົກໃຫ້ເຫັນສິ່ງທ້າທາຍຫຼາຍຢ່າງໃນຂະແໜງການກວດສອບແຫ່ງລັດ ທີ່ຍັງຕ້ອງສຸມໃສ່ສືບຕໍ່ພັດທະນາ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດໃນຂົງເຂດການກວດສອບ ພ້ອມກັນນັ້ນ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຊຸກຍູ້ຊ່ວຍເຫຼືອພັດທະນາຄວາມອາດສາມາດຂອງບຸຄະລາກອນໃນໄລຍະຜ່ານມາ ແລະ ຫວັງວ່າການຮ່ວມມືຜັນຂະຫຍາຍຜົນຂອງການປະຊຸມຄັ້ງນີ້ ຈະເກີດດອກອອກຜົນຍິ່ງຂຶ້ນກວ່າເກົ່າ.

    ນອກຈາກນີ້ ທ່ານ ປອ ນາງ ມິນ ອາ ຄັງ ກໄດ້ແລກປ່ຽນບົດຮຽນຂອງສະພາກວດສອບ ແລະ ກວດກາ ສ. ເກົາຫຼີ ເປັນຕົ້ນ ການວິເຄາະຂໍ້ມູນທີ່ມີໃນລະບົບຖານຂໍ້ມູນຂອງແຕ່ລະຂະແໜງການຂອງລັດ ໂດຍຜ່ານການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ການປ່ຽນແປງພາລະບົດບາດຈາກການກວດສອບຫາຜົນເສຍຫາຍທີ່ເກີດຂຶ້ນ ມາເປັນການໃຫ້ຄໍາປຶກສາເພື່ອປ້ອງການຜົນເສຍຫາຍຈາການນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດ ການຫັນປ່ຽນວິທີການກວດສອບ ເພື່ອໃຫ້ແທດເໝາະກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງສະແດງຄວາມຍິນດີທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນວຽກງານການກວດສອບລະຫວ່າງສອງປະເທດໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ  

error: Content is protected !!