ເວທີປາໄສອາຊີວະສຶກສາ ສັບປະດາແລກປ່ຽນການສຶກສາຈີນ-ອາຊຽນ

    ໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 60 ປີ ໂດຍການຮ່ວມມືຫ້ອງການການຕ່າງປະເທດຂອງລັດຖະບານຈີນ ແຂວງ ກຸ້ຍໂຈ່ວ ແລະ ສະຖານກົງສູນໃຫຍ່ລາວປະຈຳ ເມືອງ ສາງຊາ ວິທະຍາໄລເຕັກນິກ ວິຊາຊີບ ທົງເຢີນ ສປ ຈີນ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນຄົບຮອບ 60 ປີ ແລະ ເວທີປາໄສອາຊີວະສຶກສາສັບປະດາແລກປ່ຽນການສຶກສາຈີນ-ອາຊຽນ ປີ 2021 ແບບທາງໄກ ໂດຍມອບໝາຍໃຫ້ວິທະຍາໄລເຕັກນິກ ປາກປ່າສັກ ສປປ ລາວ ເປັນເຈົ້າພາບຈັດງານດັ່ງກ່າວ ວັນທີ 29 ພະຈິກ 2021 ມີທ່ານ ສາຍຄໍາ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ທ່ານ ບູນເພັງ ສົມຈັນມະວົງ ອໍານວຍການວິທະຍາໄລເຕັກນິກປາກປ່າສັກ ພ້ອມດ້ວຍເອກອັກຄະລັດຖະທູດລາວປະຈໍາຢູ່ປັກກິ່ງ ສປ ຈີນ ທ່ານ Zhan Ming hau ເລຂາວິທະຍາໄລເຕັກນິກວິຊາຊີບທົງເຢິນ ແລະ ເລຂາທິການໃຫຍ່ສະມາຄົມມິດຕະພາບ ລາວ-ຈີນ ຕະຫຼອດຮອດວິທະຍາໄລເຕັກນິກວິຊາຊີບປະຈໍາແຂວງຕ່າງໆຂອງລາວເຂົ້່າຮ່ວມ.

    ການຈັດງານຄັ້ງນີ້ ເພື່ອລົງເລິກການຮ່ວມມືຍຸດທະສາດຮອບດ້ານ ຊຸກຍູ້ປະຊາຄົມຮ່ວມມືໃນອະນາຄົດລະຫວ່າງຈີນ ແລະ ລາວ ຊຸກຍູ້ການພັດທະນາການຮ່ວມມື ແລະ ການແລກປ່ຽນລະຫວ່າງວິທະຍາໄລອາຊີວະສຶກສາສາກົນ ແລະ ຮ່ວມກັນສ້າງອະນາຄົດໃຫ້ດີກວ່າເກົ່າ ເຊິ່ງໃນພິທີ ທ່ານ ສາຍຄໍາ ພັນທະວົງ ໄດ້ກ່າວຄໍາປາໄສ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ແນວຄວາມຄິດລິເລີ່ມ ເພື່ອການຮ່ວມມື ຊ່ວຍເຫຼືອ ແລະ ການພັດທະນາຊັບພະຍາກອນມະນຸດແບບຍືນຍົງ ກໍຄືວຽກງານອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ ເຊິ່ງເປັນການແລກປ່ຽນຄວາມຮູ້ ປະສົບການຖ່າຍທອດ ແລະ ປະສານສົມທົບຮ່ວມກັນລະຫວ່າງອາຊີວະສຶກສາຈີນ ແລະ ອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ ແລະ ມີຄວາມຍືນຍົງຕະຫຼອດໄປ.

    ຕະຫຼອດໄລຍະ 60 ປີຜ່ານມາ ການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ສະແດງອອກຈາກການນຳຮຸ່ນຕ່າງໆຂອງສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ກໍຄືການຍົກລະດັບການພົວພັນຮ່ວມມືສອງຝ່າຍແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ໃນປີ 2009 ແລະ ກ້າວຂຶ້ນເປັນຄູ່ຮ່ວມຊາຕາກຳລາວ-ຈີນ ຈີນ-ລາວ ໃນປີ 2019 ໂດຍສະເພາະໂຄງການກໍ່ສ້າງວິທະຍາໄລເຕັກນິກການລົດໄຟລາວ ທີ່ນະຄອນຫຼວງວຽງຈັນ ກໍາລັງດໍາເນີນການກໍ່ສ້າງຢ່າງເຄັ່ງຮ້ອນໃນປັດຈຸບັນ ແລະ ຄາດໝາຍຈະສໍາເລັດໃນປີໜ້ານີ້ ພ້ອມກັບການກະກຽມຄູສອນ ນັກວິຊາການ ນັກບໍລິຫານຈັດການສາຂາວິຊາຕ່າງໆ ວັດຖຸອຸປະກອນ ເຄື່ອງມື ເຄື່ອງທົດລອງ ແລະ ເຄື່ອງປະຈັກຕາ ສາທິດຫຼັກສູດ ແລະ ປື້ມຕໍາລາ ເພື່ອຮັບໃຊ້ການຮຽນ-ການສອນ ຈະໄດ້ຖືກປະກອບເຂົ້າຢ່າງຄົບຊຸດ ແລະ ນໍາໃຊ້ໃຫ້ແກ່ການກໍ່ສ້າງບຸກຄະລາກອນວິຊາການ ແມ່ນໝາກຜົນຂອງການຮ່ວມມື ແລະ ຄວາມເອົາໃຈໃສ່ຂອງຄູອາຈານ ຜູ້ຊ່ຽວຊານ ນັກວິຊາການຊໍານານງານຂອງຝ່າຍຈີນ ເພື່ອຖ່າຍທອດຄວາມຮູ້ ເຕັກນິກ ປະສົບການ ໃຫ້ແກ່ຄູອາຈານຝ່າຍລາວ ໃຫ້ສາມາດຈັດການຮຽນ-ການສອນ ແລະ ສືບຕໍ່ຄຸ້ມຄອງ ແລະ ພັດທະນາໃຫ້ມີຄວາມເຂັ້ມແຂງໃນອະນາຄົດ ມີຫຼາຍໂຄງການຮ່ວມມືລະຫວ່າງສະຖານອາຊີວະສຶກສາຂອງ ສປປ ລາວ ແລະ ສະຖານອາຊີວະສຶກສາຂອງ ສປ ຈີນ ໄດ້ມີຜົນສໍາເລັດ ໂດຍສະເພາະ ວິທະຍາໄລເຕັກນິກວິຊາຊີບທົງເຢີນ ຮ່ວມກັບ ວິທະຍາໄລເຕັກນິກປາກປ່າສັກ ເລີ່ມຈາກການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການສ້າງແຜນດໍາເນີນງານຮ່ວມກັນທາງດ້ານວິຊາການ ການແລກປ່ຽນຄູອາຈານ ແລະ ນັກສຶກສາ ຄົ້ນຄວ້າການນໍາໃຊ້ຫຼັກສູດຮ່ວມກັນ ໃນລະບົບເຊື່ອມຕໍ່ ແລະ ຕໍ່ເນື່ອງ ໃນສາຂາວິຊາທີ່ມີຄວາມພ້ອມຮ່ວມກັນ.ສົ່ງເສີມການຮຽນພາສາຈີນ-ພາສາລາວ ແລກປ່ຽນ ວັດທະນະທໍາເຊິ່ງກັນ ແລະ ກັນ ໂດຍນໍາໃຊ້ສູນພາສາຈີນຢູ່ວິທະຍາໄລເຕັກນິກປາກປ່າສັກ ເປັນສູນປະສານງານຂອງການຮ່ວມມືໃຫ້ມີປະສິດທິຜົນສູງ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!