ປະກາດແຕ່ງຕັ້ງຄະນະໜ່ວຍພັກດ່ານຊາຍແດນສາກົນວັ່ງເຕົ່າ

​    ຄະນະພັກຮາກຖານ ດ່ານຊາຍແດນສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ຈັດພິທີປະກາດ​ສ້າງຕັ້ງ​ ແລະ​ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຕໍາຫຼວດກວດຄົນເຂົ້າ-ອອກເມືອງ ທີ່ຂຶ້ນກັບ​ຄະນະພັກຮາກຖານດ່ານຊາຍແດນສາກົນວັງເຕົ່າ ຂຶ້ນວັນທີ 1​ ທັນວາ 2021 ຢູ່ເຂດເສດຖະກິດພິເສດວັງເຕົ່າ ໂດຍມີສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ  ສະຫາຍ ພັນເອກ ສຸກັນ​ ໄຕໄຊຍະວົງ​ ເລຂາຄະນະພັກຮາກຖານ ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າ ພ້ອມດ້ວຍຄະນະປັບປຸງກົງຈັກການຈັດຕັ້ງພັກ-ລັດ ຂັ້ນແຂວງ​ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສະຫາຍ​ ແກ້ວອຸດອນ ພາລີຈັນ ປະທານກວດກາຄະນະພັກຮາກຖານດ່ານຊາຍແດນສາກົນວັງເຕົ່າ ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາ​ວຽກງານຮອບດ້ານ​ຂອງຄະນະພັກຮາກຖານໃນ​ 11​ ເດືອນ​ ປີ​ 2021​ ແລະ​ ທິດທາງແຜນການເດືອນທັນວາ ​ ປີ​ 2021 ຈາກນັ້ນ​ ສະຫາຍ​ ສາທິດ​ ປັດສາພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ​ກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ​​ ວ່າດ້ວຍການອະນຸມັດສ້າງຕັ້ງໜ່ວຍພັກຕໍາຫຼວດກວດຄົນເຂົ້າ-ອອກ​ເມືອງ​ ແລະ​ ເຫັນດີບົ່ງຕົວແຕ່ງຕັ້ງ​ຄະນະໜ່ວຍພັກ​ ໂດຍເຫັນດີບົ່ງຕົວແຕ່ງຕັ້ງເອົາສະຫາຍ​ ພັນໂທ​ ດໍາລົງ ບຸດສາຄອນ ເປັນເລຂາໜ່ວຍພັກ ສະຫາຍ​ ພັນໂທ​ ຄໍາໝານ ໄຊກອງພັນ ເປັນຮອງ​ເລຂາ​ ແລະ​ ສະຫາຍ​ ພັນຕີ ສຸກສາຄອນ ຈະເລີນສຸກ ເປັນຄະນະ ທັງເປັນປະທານກວດກາໜ່ວຍພັກ.​

    ປັດຈຸບັນ ຄະນະພັກຮາກຖານດ່ານຊາຍແດນສາກົນວັງເຕົ່າມີ​ 4​ ໜ່ວຍພັກ​ທີ່ຂຶ້ນກັບ​ ຄື: ໜ່ວຍພັກຫ້ອງການບໍລິຫານດ່ານຊາຍແດນສາກົນວັງເຕົ່າ ໜ່ວຍພັກດ່ານພາສີສາກົນວັງເຕົ່າ​ ໜ່ວຍພັກທ່າບົກວັງເຕົ່າ ແລະ​ ໜ່ວຍພັກຕໍາຫຼວດກວດຄົນເຂົ້າ-ອອກ​ເມືອງ​ ມີສະມາຊິພັກທັງໝົດ 55​ ສະຫາຍ ຍິງ​ 12​ ສະຫາຍ ໃນນັ້ນ ສະມາຊິກພັກສໍາຮອງ 2​ ສະຫາຍ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!