ມອບສິ່ງຂອງໃຫ້ປະປະຊາຊົນບ້ານດົງໂພນເລົາ

    ວັນທີ 5 ທັນວາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ນໍາເອົາສິ່ງຂອງ ເປັນຕົ້ນແມ່ນເຂົ້າສານ ແລະ ອາຫານແຫ້ງ ຈາກການປະກອບສ່ວນຈາກຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາ ໄປມອບຕໍ່ໃຫ້ກັບປະຊາຊົນບ້ານດົງໂພນເລົາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈໍານວນ 100 ຄົນ ທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດ ແລະ ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!