ສະຫະກອນ KT ການບໍລິການ ແລະ ການຄ້າມີສະມາຊິກ 4.400 ລະຫັດ

    ພິທີເປີດປ້າຍຫ້ອງການສະຫະກອນ KT ການບໍລິການ ແລະ ການຄ້າ ທີ່ມີສໍານັກງານຕັ້ງຢູ່ຕະຫຼາດບ້ານຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 5 ທັນວາ 2021 ເປັນປະທານຂອງທ່ານນາງ ຂັວນຕາ ລິດຕິ ປະທານສະຫະກອນ KT ການບໍລິການ ແລະ ການຄ້າ ມີທ່ານ ຄໍາຮັກ ແສນເພຍວົງ ປະທານສະພາສະຫະກອນ KT ການບໍລິການ ແລະ ການຄ້າ ແລະ ທ່ານ ວົງສະຫວັນ ດອນພູຫຼວງ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງໄຊເສດຖາ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເມືອງໄຊເສດຖາ ແຂກຖືກເຊີນ ແລະ ສະມາຊິກສະຫະກອນເຂົ້າຮ່ວມ.

    ທ່ານ ຄໍາຮັກ ແສນເພຍວົງ ຂຶ້ນສະເໜີແຜນຍຸດທະສາດພັດທະນາແຕ່ປີ 2021-2025 ວ່າ: ສະຫະກອນ KT ການບໍລິການ ແລະ ການຄ້າ ມີທຶນຈົດທະບຽນ 30 ຕື້ກີບ ເຊິ່ງສະຫະກອນດັ່ງກ່າວ ມີຈຸດປະສົງຊຸກຍູ້ສົ່ງເສີມການສ້າງວຽກເຮັດງານທໍາ ສ້າງອາຊີບ ສ້າງລາຍໄດ້ໃນປັດຈຸບັນ ແລະ ອະນາຄົດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າຂອບເຂດທົ່ວປະເທດ ກໍານົດແຜນງານການເຄື່ອນໄຫວ ແລະ ເຜີຍແຜ່ນະໂຍບາຍດໍາລັດວ່າດ້ວຍກຸ່ມ ແລະ ກົດລະບຽບຂອງສະຫະກອນໃຫ້ທົ່ວເຖິງ ຜັນຂະຫຍາຍໂຄງການສ້າງຄວາມສຸກໃຫ້ບ້ານ ສ້າງເງິນລ້ານໃຫ້ປະຊາຊົນ ຕິດພັນກັບວຽກງານ 3 ສ້າງຂອງລັດຖະບານຄື ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ເພື່ອຈັດຕັ້ງປະຕິບັດຕໍ່ຍອດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານໃຫ້ປາກົດຜົນເປັນຈິງ ປັດຈຸບັນມີສະມາຊິກ 4.400 ລະຫັດ ແລະ ຂະຫຍາຍເພີ່ມຂຶ້ນເລື້ອຍໆໃນຂອບເຂດທົ່ວປະເທດ.

    ສໍາລັບແຜນການລົງທຶນຂອງສະຫະກອນແຕ່ປີ 2021-2025 ມີຄື:ສ້າງໂຮງງານນໍ້າດື່ມແຮ່ທາດເພື່ອສຸຂະພາບເປັນສິນຄ້າ ທີ່ເປັນແບນຂອງສະຫະກອນ 4 ແຫ່ງ ລົງເກັບກໍາຂໍ້ມູນເນື້ອທີ່ສົ່ງເສີມປູກເຂົ້າໄກ່ນ້ອຍແຂວງຊຽງຂວາງ ແຂວງຫົວພັນ ແລະ ສູນການທົດລອງປູກເຂົ້າໄກ່ນ້ອຍ ເມືອງກາສີ ແຂວງວຽງຈັນ ເພີ່ມຊ່ອງທາງໃຫ້ຫຼາຍຂຶ້ນ ໂຄງການສົ່ງເສີມການລ້ຽງງົວ-ຄວາຍ ແບ້ ເປັນສິນຄ້າສົ່ງອອກ ສົ່ງເສີມການລ້ຽງສັດປີກ ປະສົມການລ້ຽງປາໃຫ້ສະມາຊິກ ສົ່ງເສີມການປູກຜັກປອດສານພິດໃນທຸກແຂວງ ເພື່ອໃຫ້ປະຊາຊົນໄດ້ກິນອາຫານທີ່ປອດໄພ ສົ່ງເສີມກຸ່ມຫັດຖະກໍາລາວ ສົ່ງເສີມກຸ່ມທີ່ຢູ່ອາໄສ ສັງຫາລິມະຊັບ ສ້າງສູນການຄ້າສະຫະກອນເພື່ອບໍລິການ ສະມາຊິກສະຫະກອນ ສ້າງສູນການຄ້າຢູ່ຕະຫຼາດຄໍາສະຫວາດໃຫ້ເປັນຕະຫຼາດທັນສະໄໝ ເຊິ່ງລວມມູນຄ່າການລົງທຶນທັງໝົດ 389.000.000 ໂດລາສະຫະລັດ.

    ໃນພິທີຄັ້ງນີ້ ສະຫະກອນ KT ການບໍລິການ ແລະ ການຄ້າ ຍັງໄດ້ເຊັນສັນຍາຮ່ວມມືກັບໂຮງງານຜະລິດຕະພັນສິນຄ້າໂອທັອບປອດສານພິດຄົບວົງຈອນຂອງລາວ ໂດຍການລົງນາມຂອງທ່ານ ນາງ ຂັວນຕາ ລິດຕິ ແລະ ທ່ານ ຄໍາສິງ ສີຫາເທບ ເຈົ້າຂອງໂຮງງານຜະລິດຕະພັນສິນຄ້າໂອທັອບປອດສານພິດຄົບວົງຈອນຂອງລາວ ທັງເປັນທີ່ປຶກສາສະຫະກອນ KT ການບໍລິການ ແລະ ການຄ້າ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!