ໂຟຕອນລາວ ມອບລົດບັນທຸກນໍ້າມັນ ໃຫ້ 2 ບໍລິສັດ

    ບໍລິສັດ ຊິນເນສິສ ຈໍາກັດຜູ້ດຽວ (ໂຟຕອນລາວ) ຜູ້ນໍາເຂົ້າລົດຍີຫໍ້ ໂຟຕອນ (Foton) ໃນ ສປປ ລາວ ມອບລົດບັນທຸກນໍ້າມັນ ໂຟຕອນ ອໍແມນ ອີເອັດທີ (FOTON Auman EST) ຈໍານວນ 22 ຄັນໃຫ້ບໍລິສັດ ສີອໍາພອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ບໍລິສັດ ນາຄາ ຂົນສົ່ງ ຈໍາກັດຜູ້ດຽວ ທີ່ໃຫ້ຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນໃນຄຸນນະພາບ ເຕັກໂນໂລຊີທີ່ທັນສະໄໝຂອງລົດ ໂຟຕອນ ດ້ວຍດີຕະ ຫຼອດມາ. 

    ພິທີມອບ-ຮັບລົດດັ່ງກ່າວ ຈັດຂຶ້ນວັນທີ 27 ພະຈິກ ຜ່ານມາ ຢູ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ເຊິ່ງມອບໂດຍທ່ານນາງ ວັນຄໍາ ສຸລິຍາ ອໍານວຍການບໍລິສັດ ຊິນເນສິສ ຈໍາກັດຜູ້ດຽວ (ໂຟຕອນລາວ) ແລະ ຮັບໂດຍທ່ານນາງ ສີອໍາພອນ ອາມາດມົນຕີ ປະທານບໍລິສັດ ສີອໍາພອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ທ່ານ ອຸ່ນເຮືອນ ວົງສີປະສົມ ປະທານບໍລິສັດ ນາຄາ ຂົນສົ່ງ ຈໍາກັດຜູ້ດຽວ ມີພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. 

    ລົດບັນທຸກນໍ້າມັນຈໍານວນດັ່ງກ່າວ ຈະຖືກນໍາໃຊ້ໃນການປະກອບສ່ວນຂົນສົ່ງນໍ້າມັນດິບ ຈາກທ່າເຮືອ ສສ ຫວຽດນາມ ມາໃຫ້ໂຮງງານກັ່ນນໍ້າມັນໃນ ສປປ ລາວ ເພື່ອສົ່ງເສີມການກັ່ນນໍ້າມັນພາຍໃນປະເທດ ແນໃສ່ເຮັດໃຫ້ລາຄານໍ້າມັນໃນ ສປປ ລາວ ຖືກລົງ ທັງສາມາດສະໜອງນໍ້າມັນຮັບໃຊ້ພາຍໃນຢ່າງພຽງພໍ ແລະ ມີນໍ້າມັນໃນຄັງສໍາຮອງ ຫຼາຍຂຶ້ນ.

error: Content is protected !!