ຫົງສາ ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນຮັບໃຊ້ຫ້ອງການ ແລະ ອຸປະກອນການແພດ

    ວັນທີ 1 ທັນວາ 2021 ຢູ່ເດີ່ນກີລາເມືອງຫົງສາ ແຂວງໄຊຍະບູລີ ທ່ານ ສົມພອນ ຈັນທະລິເດດ ຫົວໜ້າ ບໍລິສັດ ເອັດມີການຄ້າ ໄດ້ນໍາເອົາເຄື່ອງຮັບໃຊ້ຫ້ອງການ ແລະ ອຸປະກອນການແພດປ້ອງກັນການລະບາດຂອງພະຍາດໂຄວິດ-19 ມາມອບໃຫ້ເມືອງຫົງສາ ກ່າວຮັບໂດຍ ທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ມີຄະນະນໍາຂອງເມືອງ ແລະ ພາກສວ່ນທີ່ກຽ່ວຂ້ອງເມືອງ ເຂົ້າຮ່ວມເປັນສັກຂີພິຍານ.

    ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ຄອມພີວເຕີ ຈໍານວນ 5 ຊຸດ ແລະ ອຸປະກອນການແພດ ລວມມູນຄ່າທັງໝົດ  28.500.000 ກີບ

    ໂອກາດນີ້ ທ່ານ ຄໍາຫຼ້າ ຜີວວັນນາ ໄດ້ສະແດງຄວາມຂອບໃຈ ທີ່ທາງບໍລິສັດມີຄວາມເປັນຮ່ວງເປັນໄຍ ແລະ ເສຍສະຫຼະເພື່ອສ່ວນລວມ ໃຫ້ການປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ທ່ານເນັ້ນຕື່ມວ່າຈະນໍາເຄື່ອງດັ່ງກ່າວ ນໍາໃຊ້ເຂົ້າໃນຫ້ອງການທີ່ບໍ່ທັນພຽງພໍ ແລະ ອຸປະກອນການແພດຈະນໍາໃຊ້ເຂົ້າໃນໂຮງໝໍຊຸມຊົນເມືອງຫົງສາ ແລະ ຫວັງຢ່າງຍິ່ງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກທ່ານອີກ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!