ວັນທີ 2 ທັນວາ 2021 ທີ່ເດີ່ນກີລາເມືອງຫົງສາ ແຂວງໄຊຍະບູລີ ຈັດການແຂ່ງຂັນກີລາເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 101 ປີ ໂດຍມີທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ມີຄະນະນໍາຂອງເມືອງ ແຂກຖືກເຊີນ ນັກກີລາບານເຕະເພດຍິງ ເພດຊາຍ ແລະ ມວນຊົນເຂົ້າຮ່ວມ.

ໃນພິທີ ທ່ານ ບຸນ ທັນ ພູລີຈັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຫົງສາ ໄດ້ສະຫຼຸບຜົນຂອງການແຂ່ງຂັນກີລາຄັ້ງນີ້ ໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ 11 ພະຈິກ 2021 ເປັນຕົ້ນມາ ຫາວັນ 2 ທັນວາ 2021 ເຊິ່ງການແຂ່ງຂັນກີລາບານເຕະໃນຄັ້ງນີ້ ມີນັກກີລາ 2 ປະເພດຄື: ເພດຍິງ ແລະ ເພດຊາຍ ປະກອບມີຮຸ່ນອາວຸໂສ ອາຍຸ 40 ຂຶ້ນໄປ ແລະ ຮຸ່ນຊາວໝຸ່ມຍິງ-ຊາຍ ເຂົ້າຮ່ວມທັງໝົດ 19 ທີມ ຮຸ່ນອາວຸໂສລວມມີ 7 ທີມ ມີນັກກີລາເຂົ້າຮ່ວມທັງໝົດ 440 ຄົນ ຍິງ 110 ຄົນ ໄດ້ລົງທະບຽນ 1 ລ້ານກີບຕໍ່ທີມ ແລະ ສໍາລັບເພດຍິງ 800.000 ກີບຕໍ່ທີມ ເພື່ອລົງທະບຽນໃຊ້ຈ່າຍເຂົ້າໃນການບໍລິຫານ ຊື້ອຸປະກອນຕ່າງໆເຂົ້າໃນວຽກງານກີລາ.

ຜ່ານການແຂ່ງຂັນ ຮຸ່ນອາວຸໂສ ອັນດັບທີ 1 ແມ່ນທີມບານເຕະກອງບັນຊາການ ປກສ ເມືອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.200.0000 ກີບ ອັນດັບທີ 2 ແມ່ນທີມ ກຸ່ມເສດຖະກິດ ໄດ້ຮັບເງິນສົດ 1.000.000 ກີບ ອັນດັບທີ 3 ແມ່ນທີມກຸ່ມການເມືອງ ໄດ້ຮັບເງິນສົດ 800.000 ກີບ ຮຸ່ນຊາວໝຸ່ມເພດຊາຍ ອັນດັບທີ1 ແມ່ນທີມກຸ່ມການເມືອງ+ກຸ່ມເສດຖະກິດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.200.000 ກີບ ອັນດັບທີ 2 ແມ່ນທີມ ປກສ ໄດ້ຮັບເງິນສົດ 1.000.000 ກີບ ອັນດັບທີ 3 ແມ່ນທີມ ປກຊ+ຕຸລາການ ໄດ້ຮັບເງິນສົດ ທີມລະ 800.000 ກີບ ສ່ວນບານເຕະຊາວໝຸ່ມຍິງ ອັນດັບທີ 1 ແມ່ນ ມສ ບ້ານເມືອງຫານ ໄດ້ຮັບເງິນສົດ 1.000.000 ກີບ ພ້ອມຂັນ 1 ໜ່ວຍ ອັນດັບທີ 2 ແມ່ນທີມ ຫ້ອງວ່າການເມືອງ ໄດ້ຮັບເງິນສົດ 800.000 ກີບ ແລະ ອັນດັບທີ 3 ແມ່ນທີມ ຮ້ານຊັນເດີ ໄດ້ຮັບເງິນສົດ 500.000 ກີບ ໃຫ້ກຽດຊຶ້ນມອບຂັນ ແລະ ເງິນສົດ ໂດຍທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງໆຫົງສາ.

# ຂ່າວ & ພາບ : ບຸນມີ ສີວິໄລ