ແຕ່ລະປີ ມີຄົນເສຍຊິວິດຍ້ອນພະຍາດວໍ້ເກືອບ 60.000 ຄົນ

ພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ (28 ກັນຍາ) ຈັດຂຶ້ນວັນທີ 4 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ເປັນປະທານຮ່ວມຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ມີຜູ້ຕາງໜ້າຈາກອົງການອະນາໄມໂລກ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ພະຍາດວໍ້ ເປັນພະຍາດຕິດຕໍ່ທີ່ຮ້າຍແຮງຊະນິດໜຶ່ງ ເຊິ່ງຕິດຕໍ່ຈາກສັດສູ່ຄົນ ສາເຫດເກີດຈາກ Rabies Virus ສາຍພັນ Lyssa Virus ເຊື້ອພະຍາດດັ່ງກ່າວ ຍັງສາມາດຕິດແປດໃສ່ສັດເລືອດອຸ່ນທຸກຊະນິດເຊັ່ນ: ໝາ ແມວ ງົວ ຄວາຍ ລິງ ຊະນີ ກະຮອກ ກະແຕ ເສືອ ໝີ ໜູ ເຈຍ ແລະ ສັດອື່ນໆ ລວມທັງຄົນເຮົາດ້ວຍ ການຕິດເຊື້ອຜ່ານທາງນ້ຳລາຍຂອງສັດ ທີ່ເປັນພະຍາດວໍ້ເຂົ້າສູ່ບາດແຜ ດ້ວຍການຖືກສັດກັດ ຫຼື ຄູດ ເລຍ ໂດຍນ້ຳລາຍກະເດັນເຂົ້າທາງຜິວໜັງ ທີ່ມີບາດແຜທາງຕາ ຫຼື ທາງປາກ. ການລະບາດຂອງພະຍາດວໍ້ສ່ວນໃຫຍ່ ແມ່ນຢູ່ໃນປະເທດດ້ອຍພັດທະນາ ແລະ ປະເທດທີ່ກຳລັງພັດທະນາໃນຂົງເຂດທະວີບອາຟຣິກາ ແລະ ອາຊີ ພາຫະທີ່ນຳເຊື້ອທີ່ສຳຄັນ ແມ່ນສັດເລືອດອຸ່ນທຸກຊະນິດທີ່ເປັນສັດລ້ຽງລູກດ້ວຍນ້ຳນົມ (ຈຳພວກສັດກັດແຫ້ນ) ໂດຍສະເພາະແມ່ນໝາ ພະຍາດດັ່ງກ່າວນີ້ ໄດ້ລາຍງານມາແຕ່ສະໄໝດຶກດຳບັນວ່າ: ເປັນນັກຂ້າມະນຸດ.

    ອີງຕາມຂໍ້ມູນຂອງອົງການອະນາໄມໂລກ (WHO) ໄດ້ລາຍງານວ່າ: ໃນແຕ່ລະປີ ມີຄົນເສຍຊິວິດຍ້ອນ ພະຍາດວໍ້ປະມານ 59.000 ຄົນ ໃນນີ້ 95% ແມ່ນຢູ່ທະວີບອາຟຣິກາ ແລະ ອາຊີ ຄົນເສຍຊີວິດສ່ວນຫຼາຍແມ່ນຍ້ອນຖືກໝາກັດ ປະມານ 30-60% ຂອງຜູ້ທີ່ໄດ້ຮັບຜົນກະທົບຖືກໝາກັດ ແມ່ນເດັກນ້ອຍລະຫວ່າງ 5-14 ປີ ອັດຕາການຕາຍຍ້ອນພະຍາດວໍ້ແມ່ນ 100%.

    ໃນແຕ່ລະປີ ຢູ່ ສປປ ລາວ ໄດ້ຮັບຜົນກະທົບຈາກພະຍາດວໍ້ ແລະ ມີຂໍ້ມູນລາຍງານຈາກຄົນຖືກໝາກັດ ແລະ ພົບເຊື້ອໄວຣັດວໍ້ ໃນຕົວຢ່າງແຕ່ລະປີ ເຊິ່ງໄດ້ຮັບການລາຍງານຈາກບາງແຂວງຫາສູນວິເຄາະ ແລະ ລະບາດວິທະຍາທີ່ມີຕົວເລກສະສົມແຕ່ປີ 2012 ຫາ ວັນທີ 31 ຕຸລາ 2021 ເຫັນວ່າ:ກໍລະນີທີ່ຖືກສັດກັດມີທັງໝົດ 298 ຄົນ ແລະ ເສຍຊີວິດ 55 ຄົນ.

    ວັນຕ້ານພະຍາດວໍ້ໂລກ ແມ່ນໄດ້ຕັ້ງຂຶ້ນໂດຍສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ສະມາຄົມໂລກ ເພື່ອການຄວບຄຸມພະຍາດວໍ້ ທີ່ມີຈຸດມຸ່ງໝາຍໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ມີສ່ວນຮ່ວມໃນການກັນ ແລະ ຄວບຄຸມພະຍາດວໍ້ ຈຶ່ງໄດ້ຕົກລົງເອົາວັນທີ 28 ກັນຍາ ຂອງທຸກໆປີ ມາເປັນວັນສົ່ງເສີມກິດຈະກຳດັ່ງກ່າວ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!