ຮ່ວມສະເຫຼີມສະຫຼອງວັນຄົນພິການສາກົນ ຜ່ານທາງລະບົບທາງໄກ

    ເພື່ອເປັນການສະເຫຼີມສະຫຼອງ ຄົບຮອບວັນຄົນພິການສາກົນ ວັນທີ 3 ທັນວາ 2021 ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຈັດການເຝິກອົບຮົມແບບອອນລາຍ ກ່ຽວກັບການຮຽນຮູ້ວິທີການສື່ສານດ້ວຍພາສາມືລາວຂັ້ນພື້ນຖານ ເພື່ອຊ່ວຍພວກເຮົາສາມາດຮຽນຮູ້ວິທີການສື່ສານກັບຄົນອື່ນ ເພື່ອຮຽນຮູ້ວິທີການນຳໃຊ້ພາສາມືກັບຄົນອື່ນ ໂດຍມີຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ (ສສກ) ສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ ເພື່ອແນະນຳການຮຽນຮູ້ວິທີການສື່ສານດ້ວຍພາສາມືໃນເວລາທີ່ບໍ່ໄດ້ຍິນ ແລະ ພາກສ່ວນກ່ຽວຂ້ອງຫຼາຍກວ່າ 50 ທ່ານ ເຂົ້າຮ່ວມການເຝິກອົບຮົມໃນຄັ້ງນີ້.

    ການຮຽນຮູ້ວິທີການສື່ສານດ້ວຍພາສາມື ບໍ່ແມ່ນບັນຫາໃຫຍ່ສຳລັບຄົນທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນ ຄົນທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນຈາກແຕ່ລະປະເທດ ຈະໃຊ້ພາສາມືແຕກຕ່າງກັນ ສປປ ລາວ ມີພາສາມືລາວ  ເຊີ່ງໄດ້ຖືກສ້າງຕັ້ງຂຶ້ນໃນປີ 1993 ແລະ ໄດ້ຮັບການປັບປຸງໃນປີ 2006 ແລະ ໃນປີ 2013 ສະມາຄົມຄົນຫູໜວກ ໄດ້ຖືກສ້າງຕັ້ງຂຶ້ນໃນ ສປປ ລາວ ມີຄົນພິການຫູ ແລະ ຄົນທີ່ີມີຄວາມຫຍຸ້ງຍາກໃນການໄດ້ຍິນ ປະມານ 80.000 ຄົນ ແລະ ມີນາຍແປພາສາມືທີ່ໄດ້ຮັບການຮັບຮອງໜ້ອຍກວ່າ 10 ຄົນ ພາຍໃນປະເທດ.

    ຜູ້ເຂົ້າຮ່ວມເຝິກອົບຮົມກ່ຽວກັບການຮຽນຮູ້ວິທີການສື່ສານດ້ວຍພາສາມືລາວຂັ້ນພື້ນຖານ ຈະສາມາດຮຽນຮູ້ການສື່ສານຂັ້ນພື້ນຖານດ້ວຍຕົວເອງ ໄດ້ຮຽນຮູ້ວິທີການແນະນຳຕົວເອງດ້ວຍພາສາມື ຮຽນຮູ້ວິທີການແນະນຳຊື່ດ້ວຍພາສາມືຂອງຕົນເອງ ພ້ອມທັງການສົນທະນາກັນ ນອກຈາກນີ້ ຍັງຈະໄດ້ເຝິກກ່ຽວກັບທັກສະໃໝ່ໆ ໂດຍເຮັດກິດຈະກຳເປັນກຸ່ມໂດຍແບ່ງເປັນຫ້ອງເພື່ອສົນທະນາກັນ ສຳລັບຜູ້ເຂົ້າຮ່ວມບາງທ່ານ ການເຝິກອົບຮົມໃນຄັ້ງນີ້ ເປັນວິທີທີ່ດີທີ່ສຸດໃນການຮຽນຮູ້ວິທີການນຳໃຊ້ພາສາມືຂອງລາວ.

    ຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ ແມ່ນໄດ້ສອນພິເສດຢູ່ໃນໂຮງຮຽນ ສຳລັບເດັກທີ່ມີຄວາມບົກຜ່ອງທາງດ້ານການໄດ້ຍິນ ໂດຍຜ່ານທັກສະຂອງຄູໃນການສິດສອນດ້ວຍການນຳໃຊ້ພາສາມື. ນອກຈາກນີ້ ຫຼັກສູດການສ້າງຄູສະບັບປັບປຸງໃໝ່ ຍັງໄດ້ສອນໃນວິທະຍາໄລຄູ ເພື່ອຊ່ວຍໃຫ້ຄູສາມາດນຳໄປສິດສອນໃນໂຮງຮຽນຊັ້ນປະຖົມສຶກສາໃນປັດຈຸບັນ ລວມທັງໂມດູນສຳລັບການສຶກສາຮຽນຮ່ວມທີ່ປະກອບດ້ວຍຫົວຂໍ້ ແລະ ບັນຫາສຳຄັນ ເພື່ອປັບປຸງໃຫ້ຄູໄດ້ມີຄວາມເຂົ້າໃຈຕໍ່ກັບເດັກພິການ ແລະ ການສຶກສາຮຽນຮ່ວມໃນອານາຄົດອີກດ້ວຍ ພ້ອມນີ້ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຍັງໃຫ້ການສະໜັບສະໜູນກະຊວງ ສສກ ສຳລັບການແນະນຳກ່ຽວກັບຂັ້ນຕອນການພັດທະນາວຽກງານການກໍ່ສ້າງໂຮງຮຽນ ເພື່ອແນະນໍາໃນການອອກແບບໂຮງຮຽນ ໂດຍຄຳນຶງເຖິງການສຶກສາຮຽນຮ່ວມ ແລະ ຄວາມສະເໝີພາບດ້ານບົດບາດ ຍິງ-ຊາຍ ໃນການສະເຫຼີມສະຫຼອງວັນຄົນພິການສາກົນ ກໍເປັນການສືບຕໍ່ສົ່ງເສີມການສຶກສາຮຽນຮ່ວມໃຫ້ຫຼາຍຂຶ້ນ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!