ກວດພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 889 ຄົນ ເສຍຊີວິດ 3 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 6 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 5 ທັນວາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.867 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 889 ຄົນ (ຕິດເຊື້ອພາຍໃນ ມີ 889 ຄົນ ແລະ ຕິດເຊື້ອນໍາເຂົ້າ 0 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 889 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. 263 ຄົນ ໃນ 120 ບ້ານ ແລະ 9 ເມືອງ • ເມືອງຈັນທະບູລີ ມີ 18 ບ້ານ (33 ຄົນ) • ເມືອງສີໂຄດຕະບອງ ມີ 23 ບ້ານ (48 ຄົນ) • ເມືອງໄຊເສດຖາ ມີ 28 ບ້ານ (59 ຄົນ) • ເມືອງສີສັດຕະນາກ ມີ 10 ບ້ານ (46 ຄົນ) • ເມືອງ ນາຊາຍທອງ ມີ 9 ບ້ານ (15 ຄົນ) • ເມືອງໄຊທານີ ມີ 19 ບ້ານ (31 ຄົນ) • ເມືອງຫາດຊາຍຟອງ ມີ 10 ບ້ານ (19 ຄົນ) • ເມືອງ ປາກງື່ມ ມີ 03 ບ້ານ (03 ຄົນ) • ເມືອງ ສັງທອງ ມີ 02 ບ້ານ (06 ຄົນ) • ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ
  2. 87 ຄົນ ໃນ 35 ບ້ານ ແລະ 5 ເມືອງ
  3. 82 ຄົນ ໃນ 29 ບ້ານ ແລະ 4 ເມືອງ
  4. 66 ຄົນ ໃນ 27 ບ້ານ ແລະ 8 ເມືອງ
  5. 66 ຄົນ ໃນ 15 ບ້ານ ແລະ 2 ເມືອງ
  6. 54 ຄົນ ໃນ 12 ບ້ານ ແລະ 3 ເມືອງ
  7. 51 ຄົນ ໃນ 26 ບ້ານ ແລະ 2 ເມືອງ
  8. 43 ຄົນ ໃນ 25 ບ້ານ ແລະ 8 ເມືອງ
  9. 32 ຄົນ ໃນ 17 ບ້ານ ແລະ 3 ເມືອງ
  10. ເຊກອງ ມີ 28 ຄົນ ໃນ 9 ບ້ານ ແລະ 2 ເມືອງ
  11. ຈຳປາສັກ ມີ 25 ຄົນ ໃນ 10 ບ້ານ ແລະ 2 ເມືອງ
  12. ຊຽງຂວາງ ມີ 21 ຄົນ ໃນ 11 ບ້ານ ແລະ 3 ເມືອງ
  13. ໄຊສົມບູນ ມີ 19 ຄົນ ໃນ 4 ບ້ານ ແລະ 3 ເມືອງ
  14. ສາລະວັນ ມີ 18 ຄົນ ໃນ 7 ບ້ານ ແລະ 4 ເມືອງ
  15. ຄຳມ່ວນ ມີ 10 ຄົນ ໃນ 6 ບ້ານ ແລະ 4 ເມືອງ
  16. ອັດຕະປື ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  17. ບໍລິຄຳໄຊ ມີ 9 ຄົນ ໃນ 5 ບ້ານ ແລະ 4 ເມືອງ
  18. ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 3 ເມືອງ

    ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 0 ຄົນ ມາຮອດວັນທີ 06 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 80.722 ຄົນ ເສຍຊີວິດສະສົມ 210 ຄົນ (ໃໝ່ 03) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 839 ຄົນ ກໍາລັງປິ່ນປົວ 12.088 ຄົນ.

    ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

    1. ເພດຊາຍ ອາຍຸ 77 ປີ ບ້ານໄຊອຸດົມ ເມືອງອຸທຸມພອນ ແຂວງສະຫັວນນະເຂດ

    – ພະຍາດປະຈໍາຕົວ: ອຳມະພາດ ເປັນມາໄດ້ 4 ປີແລ້ວ ກິນຢາປະຈໍາ

    – ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19

    – ເວລາ 19:30 ໂມງຂອງວັນທີ 27 ພະຈິກ 2021: ໄດ້ໄປກວດຢູ່ໂຮງໝໍແຂວງສະຫັວນນະເຂດ ດ້ວຍອາການໄຂ້ ໄອແຫ້ງໆ ຫາຍໃຈຝຶດແໜ້ນໜ້າເອິກ ອີດເມື່ອຍມາໄດ້ 2 ມື້ ຜົນກວດອອກມາພົບເຊື້ອໂຄວິດ-19.

    –  ໄດ້ປີ່ນປົວແຕ່ວັນທີ 27 ພະຈິກ

    – 04 ທັນວາ 2021 ລວມເປັນເວລາ 8 ວັນ

    – ຮອດເວລາ 18:45 ນາທີ ຂອງວັນທີ 4 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ

    2. ເພດຍິງ ອາຍຸ 38 ປີ ບ້ານ ດົງໜໍ່ ເມືອງຊະນະຄາມ ແຂວງວຽງຈັນ (ນັບເປັນຄົນເຈັບນະຄອນຫຼວງວຽງຈັນ)

    – ພະຍາດຜ່ານມາ: ພູມຄຸ້ມກັນບົກພ່ອງ ແລະ ຜູ້ກ່ຽວເປັນຄົນພິການແຕ່ກໍາເນີດ

    – ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19

    – ເຂົ້າມາໂຮງໝໍມິດຕະພາບ ວັນທີ 3 ທັນວາ 2021 ອາການເບື້ອງຕົ້ນ: ໄອ ຫາຍໃຈຝືດ ຫາຍໃຈມີສຽງດັງ ມີອາການແໜ້ນເອິກ ຮາກຫຼາຍເທື່ອ ອາການຊີວິດບໍ່ດີ.

    – ເວລາ 12:00 ນາທີ ຂອງວັນທີ 5 ທັນວາ 2021 ຄົນເຈັບອິດເມືອຍຫຼາຍ ແລະ ເສຍຊີວິດ

    3. ເພດຍິງ ອາຍຸ 71 ປີ ບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫຼວງ

    – ພະຍາດປະຈຳໂຕ: ຄວາມດັນເລືອດສູງ ເບົາຫວານ (ບໍ່ໄດ້ຕິດຕາມ)

    – ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19

    – ກ່ອນໜ້ານີ້ ໄຂ້ ໄອ ຫາຍໃຈຝືດມາໄດ້ 1 ອາທິດ

– ເວລາ 14:00 ໂມງ ຂອງວັນທີ 1 ທັນວາ 2021 ຄົນເຈັບເຂົ້າມາປີ່ນປົວຢູ່ໂຮງໝໍດ້ວຍອາການອິດເມື່ອຍ ຈືດມ້ານ ຖ່າຍເປັນເລືອດສີແດງສົດ ກວດພົບເຊື້ອພະຍາດໂຄວິດ-19

– ເວລາ 1:30 ໂມງ ຂອງວັນທີ 5 ທັນວາ 2021: ຄົນເຈັບມີອາການກະວົນກະວາຍຫາຍໃຈຝືດ ຫາຍໃຈຫອບ ແລະ ນອນພຽງບໍ່ໄດ້ ຄົນເຈັບໄດ້ເສຍຊີວິດ.

# ຂ່າວ & ພາບ : ສີພອນ

error: Content is protected !!