ການພົບປະແບບທາງໄກ ລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສປ ຈີນ

    ວັນທີ 3 ທັນວາ 2021 ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະແບບທາງໄກກັບສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດປະຊາຊົນ ຈີນ. 

    ໃນໂອກາດດັ່ງກ່າວນີ້ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງ ການດໍາເນີນກອງປະຊຸມຄົບຄະນະກໍາມະການສູນກາງພັກ ຄັ້ງທີ 6 ສະໄໝທີ XIX ຂອງພັກກອມມູນິດຈີນ ໃນເດືອນພະຈິກ 2021 ຜ່ານມາ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ. ພ້ອມດຽວກັນນີ້ ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ສະຫາຍຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອຖານມິດສະຫາຍ ເປັນຕົ້ນແມ່ນ ມາຮອດ ປັດຈຸບັນ ສປ ຈີນ ໄດ້ສົ່ງຊ່ຽວຊານທິມແພດດ້ານພະຍາດໂຄວິດ-19 ມາຊ່ວຍ ສປປ ລາວ ຈໍານວນ 2 ຄັ້ງສະໜອງວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 6,9 ລ້ານໂດສ ລວມທັງອຸປະກອນການແພດ ແລະ ຢາປິ່ນປົວພະຍາດຈໍານວນຫຼາຍ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ. 

    ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົບປະແບບທາງໄກລະຫວ່າງສອງເລຂາທິການໃຫຍ່ ປະທານປະເທດ ແລະ ໃນການເຂົ້າຮ່ວມຮ່ວມເປັນສັກຂີພິຍານໃນການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງ ການໃນຄັ້ງນີ້ ພ້ອມດຽວກັນ ກໍຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ການພົວພັນຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ລະຫວ່າງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ທີ່ເຫັນວ່າສອງກະຊວງໄດ້ຮ່ວມກັນຢ່າງຕັ້ງໜ້າ ໃນການຈັດຕັ້ງຜັນຂະຫຍາຍສັນຍາຮ່ວມມືທີ່ມີຮ່ວມກັນໄດ້ຢ່າງມີຜົນສໍາເລັດດີ ໂດຍສະເພາະໃນດ້ານການກໍ່ສ້າງຊັບພະຍາກອນມະນຸດ. 

    ໃນໂອກາດດຽວກັນນີ້ ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການພາຍໃນປະເທດຂອງຕົນ ເປັນຕົ້ນແມ່ນການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມນີ້ ຍັງໄດ້ຮ່ວມກັນປຶກສາຫາລືເພື່ອຫຼຸດຜ່ອນບາງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ດ້ານການຄ້າ-ການລົງທຶນ ການຂົນສົ່ງ ການສຶກສາ ໂດຍສະເພາະກ່ຽວກັບບັນດານັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກ ສປ ຈີນ ໃຫ້ສາມາດເດີນທາງກັບໄປສືບຕໍ່ການສຶກສາ ຢູ່ ສປ ຈີນ ຖ້າສະພາບການອໍານວຍ. ນອກນີ້ ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ ແລະ ຮັດແໜ້ນການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນໃນຂອບ ສປຊ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ອາຊຽນ-ຈີນ ແລວເສດຖະກິດ ລາວ-ຈີນ ໂດຍສະເພາະ ໃນໄລຍະທີ່ ສປປ ລາວ ຈະເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້ ແລະ ຍັງໄດ້ປຶກສາຫາລືກັນກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. 

    ພ້ອມດຽວກັນນີ້ ຝ່າຍລາວຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຈັດກິລາໂອເລັມປິກລະດູໜາວຂອງ ສປ ຈີນ ໃນເດືອນກຸມພາ 2022 ທີ່ຈະມາເຖິງ. ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການພົບປະສອງຝ່າຍແບບທາງໄກຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບ ເປັນກັນເອງ ແລະ ກົງໄປກົງມາ ຖານສະຫາຍອ້າຍນ້ອງ ໂດຍໄດ້ຮັບໝາກຜົນຕາມລະດັບຄາດໝາຍ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ກໍຄືສອງກະຊວງການຕ່າງປະເທດ ລາວ-ຈີນ ທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການພົບປະແບບທາງໄກຂອງສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຈີນ ໃນຄັ້ງນີ້ ມີຂຶ້ນໃນທ່າມກາງບັນຍາກາດທີ່ການນໍາສູງສຸດຂອງສອງພັກ ສອງລັດ ລາວ-ຈີນ  ພົບປະກັນແບບທາງໄກ  ແລະ  ກໍເປັນມື້ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງການພົວພັນລະຫວ່າງ ລາວ-ຈີນ ກໍຄືໄດ້ມີພິທີເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ທັງເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ແລະ ປີມິດຕະພາບລາວ-ຈີນ 2021 ໃຫ້ມີຄວາມໝາຍເລິກເຊິ່ງກວ່າເກົ່າ. 

# ຂ່າວ – ພາບ : ກົມການຂ່າວ

error: Content is protected !!