ເປີດຖ້ຽວປະຖົມເລີກລົດໄຟລາວ-ຈີນ (ຂະບວນລ້ານຊ້າງ)

    ວັນທີ 3 ທັນວາ 2021 ເວລາ 15 ໂມງ 50 ນາທີ ລົດໄຟລາວ-ຈີນ ຖ້ຽວປະຖົມເລີກ (ຂະບວນລ້ານ ຊ້າງ) ໄດ້ເຄື່ອນອອກຈາກສະຖານີລົດໄຟນະຄອນຫຼວງວຽງຈັນ ແລະ ລົດໄຟຈີນ ກໍໄດ້ເຄື່ອນຂະບວນອອກຈາກສະຖານີນະຄອນຄຸນໝິງໃນເວລາດຽວກັນ ເຊິ່ງລົດໄຟລາວ-ຈີນຖ້ຽວປະຖົມເລີກນີ້ ນຳພາໂດຍທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມພັນລະຍາ ມີການນຳຂັ້ນສູງພັກ-ລັດ ອະດີດການນຳຂັ້ນສູງ ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ. 

    ພາຍຫຼັງທ່ານນາຍົກລັດຖະມົນຕີສຳເລັດລົງນາມປຶ້ມບັນທຶກການຢ້ຽມຢາມໃນເວລາ 15 ໂມງ 50 ນາທີ ລົດໄຟລາວ-ຈີນຖ້ຽວປະຖົມເລີກ ກໍໄດ້ເຄື່ອນຂະບວນອອກຈາກສະຖານີລົດໄຟນະຄອນຫຼວງວຽງ ຈັນ ໄປສະຖານນີລົດໄຟວັງວຽງ ແຂວງວຽງຈັນ ເພື່ອຢ້ຽມຊົມສະຖານີດັ່ງກ່າວ ລວມໄລຍະທາງ 123 ກິ ໂລແມັດ ໃຊ້ເວລາເດີນທາງ 45 ນາທີ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງ ວຽງຈັນ ພ້ອມເຈົ້າເມືອງ ແລະ ມວນຊົນພາຍໃນເມືອງວັງວຽງ. 

    ໃນໂອກາດນີ້ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນວ່າ: ການເປີດນຳໃຊ້ລົດໄຟລາວ-ຈີນ ຢ່າງເປັນທາງການໃນມື້ນີ້ ເຊິ່ງເປັນການໄຂສັງກາດໃໝ່ແຫ່ງ ການຫັນການພັດທະນາໂຄງລ່າງຄົມມະນາຄົມທາງບົກຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແບບບໍ່ເຄີຍມີມາກ່ອນ ອັນໄດ້ກາຍເປັນພື້ນຖານສຳຄັນໃນການບັນລຸຍຸດທະສາດການຫັນປະເທດໃຫ້ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນຂອງ ສປປ ລາວ ເປັນສັນຍະລັກມິດຕະພາບແຫ່ງການຮ່ວມມືລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ກໍຄືໝາກຜົນຕົວຈິງຂອງການເປັນຄູ່ຮ່ວມຊະຕາກຳລາວ-ຈີນຢ່າງແທ້ຈິ່ງ ເຊື່ອໝັ້ນວ່າ ທາງລົດໄຟລາວ-ຈີນ ຈະເປັນປັດໄຈສຳຄັນໜຶ່ງ ນຳເອົາຄວາມຈະເລີນຮຸ່ງເຮືອງ ສີວິໄລ ມາສູ່ ສປປ ລາວ ແລະ ນຳເອົາການພັດທະນາມາສູ່ພາກພື້ນ. ຂໍໃຫ້ເສັ້ນທາງເສັ້ນນີ້ກາຍເປັນເສັ້ນທາງແຫ່ງສັນຕິພາບ ເສັ້ນທາງແຫ່ງການຮ່ວມມື ແລະ ການພັດທະນາເພື່ອຄວາມຈະເລີນຮຸ່ງເຮືອງສີວິໄລ ພວກເຮົາຈຶ່ງພ້ອມກັນເຮັດທຸກສິ່ງທຸກຢ່າງໃນປັດຈຸບັນໃຫ້ດີທີ່ສຸດ ເພື່ອລູກຫຼານຂອງພວກເຮົາໃຫ້ມີອະນາຄົດທີ່ດີກວ່ານີ້ ອວຍພອນໃຫ້ບໍລິສັດ ທາງລົດໄຟລາວ-ຈີນ ຈົ່ງຈະເລີນກ້າວໜ້າ ປະສົບຜົນສຳເລັດທຸກປະການ ແລະ ນຳຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງ ຊາດລາວ-ຈີນ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!