ຜົນການພົບປະທາງໄກລະຫວ່າງ ລາວ-ຈີນ ພ້ອມຮ່ວມເປີດການນໍາໃຊ້ລົດໄຟ ລາວ-ຈີນ

    ໃນວັນທີ 3 ທັນວາ 2021 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ ຢ່າງເປັນທາງການ ໃນຮູບແບບທາງໄກ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ລະຫວ່າງ ສອງປະເທດ.

     ການປະຊຸມແບບທາງໄກໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ແລະ ສະໜິດສະໜົມ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຈີນ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໃນໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະກັບສະຫາຍ ສີ ຈິ້ນຜິງ ອີກຄັ້ງໜຶ່ງ ແລະ ມີຄວາມພາກພູມໃຈທີ່ຈະໄດ້ຮ່ວມກັນເປັນສັກຂີພິຍານໃນການເປີດນຳໃຊ້ໂຄງການລົດໄຟ ລາວ-ຈີນ ຢ່າງເປັນທາງການ ເຊິ່ງຈະກາຍເປັນເຫດການປະຫວັດສາດ ແລະ ໝາກຜົນທີ່ສໍາຄັນໜຶ່ງຂອງການພົວພັນຮ່ວມມືລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມຂອງກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄຫມທີ XIX ທີ່ຫາກໍປິດລົງໃນວັນທີ 11 ພະຈິກຜ່ານມາ ສະແດງຄວາມຊົມເຊີຍຕໍ່ການຮັບຮອງເອົາມະຕິສູນກາງພັກກອມມູນິດຈີນ ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນໄລຍະ 100 ປີຜ່ານມາ ອັນໄດ້ກາຍເປັນຂີດໝາຍປະຫວັດສາດຂອງ ສປ ຈີນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຈັດກອງປະຊຸມສຸດຍອດສະໄໝພິເສດ ຈີນ-ອາຊຽນ ຄົບຮອບ 30 ປີ ພ້ອມນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ລະຫວ່າງສອງປະເທດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ.

    ໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າພັກ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນມາຍັງພັກ-ລັດ ແລະ ປະຊາຊົນຈີນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າໃນໄລຍະຜ່ານມາ ໂດຍສະເພາະ ການພັດທະນາເສດຖະກິດ-ສັງຄົມ ລວມທັງການແກ້ໄຂບັນຫາເສດຖະກິດ ແລະ ພ້ອມທັງຊ່ວຍເຫຼືອໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເປັນຕົ້ນແມ່ນການສົ່ງຊ່ຽວຊານ ອຸປະກອນການແພດ ກໍຄືຢາວັກຊິນ ເຊິ່ງທັງໝົດນີ້ ໄດ້ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດໄດ້ໂດຍພື້ນຖານ.

    ໂອກາດດຽວກັນ ສະຫາຍເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ ຍັງໄດ້ຢືນຢັນຈະສຶບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມນີ້ສອງຝ່າຍກໍສະແດງຄວາມຍິນດີ ຈະພ້ອມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ ໃຫ້ເກີດດອກອອກຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງຂອງການຮ່ວມມືມາສູ່ປະຊາຊົນສອງຊາດ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

    ພາຍຫຼັງການພົບປະສອງຝ່າຍສຳເລັດລົງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ກໍໄດ້ສືບຕໍ່ເຂົ້າຮ່ວມພິທີເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຈີນ-ລາວ ຢ່າງເປັນທາງການ.

# ຂ່າວ – ພາບ : ບຸນມີ

error: Content is protected !!