ກໍາປູເຈຍ ມອບວັກຊິນ 500.000 ໂດສ ພ້ອມລົດຂົນສົ່ງວັກຊິນ 3 ຄັນ ໃຫ້ ສປປ ລາວ

    ລັດຖະບານ ແລະ ປະຊາຊົນແຫ່ງລາຊະອານາຈັກກໍາປູເຈຍ ໄດ້ມອບວັກຊິນຊີໂນແວັກ (Sinovac) ຈໍານວນ 500.000 ໂດສ ແລະ ລົດຂົນສົ່ງວັກຊິນ ຈຳນວນ 3 ຄັນ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. 

    ພິທີມອບ-ຮັບ ໄດ້ມີຂຶ້ນວັນທີ 3 ທັນວາ 2021 ທີ່ດ່ານຊາຍແດນສາກົນ ໜອງນົກຂຽນ-ຕຣາ ປຽກ ຣຽນ ຕາງໜ້າໃຫ້ແກ່ລັດຖະບານແຫ່ງລາຊະອານາຈັກກໍາປູເຈຍ ກ່າວມອບໂດຍທ່ານ ມອມ ບຸນເຮັງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ພ້ອມດ້ວຍຄະນະນໍາທີ່ມາຈາກສູນກາງ ແລະ ທ້ອງຖິ່ນຂອງທັງສອງຝ່າຍ. 

    ທ່ານ ມອມ ບຸນເຮັງ ກ່າວວ່າ: ການປະກອບສ່ວນມອບວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ລົດຂົນສົ່ງວັກຊິນໃນຄັ້ງນີ້ ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດລາວ ຊຶ່ງເປັນນໍ້າຈິດນໍ້າໃຈໃນນາມເປັນອ້າຍນ້ອງ ແລະ ຄວາມສະໝານສາມັກຄີຂອງປະຊາຊົນສອງຊາດ ​ກຳ​ປູ​ເຈຍ-ລາວ. ເພື່ອການນໍາມາຊຶ່ງສັນຕິພາບ ຄວາມຍືນຍົງ ແລະ ຄວາມສະຫງົບສຸກຂອງສອງຊາດ.

    ໂອກາດນີ້ ທ່ານ ດຣ ບຸນແຝງ ພູມມະໄລສິດ ກ່າວວ່າ: ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສູງ ໄປຍັງ ລັດຖະບານ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ໂດຍສະເພາະແມ່ນສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ທີ່ໄດ້ມີຄວາມເອົາໃຈໃສ່ ເປັນຫ່ວງເປັນໄຍ ແລະ ໄດ້ໃຫ້ການຊ່ວຍເຫຼືອອັນມີຄ່າແກ່ລັດຖະບານ ກໍຄືປະຊາຊົນລາວໂດຍຕະຫຼອດມາ ແລະ ການຊ່ວຍເຫຼືອໃນມື້ນີ້ ເປັນຄັ້ງທີ 3 ທີ່ລັດຖະບານ ແລະ ປະຊາຊົນແຫ່ງລາຊະອານາຈັກກຳປູເຈຍ ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ແລະ ປະຊາຊົນລາວ. 

# ຂ່າວ – ພາບ : ກົມການຂ່າວ

error: Content is protected !!