ວັນນີ້ ພົບຜູ້ຕິດເຊື້ອໂຄວິດ-19 ອີກ 1.004 ກໍລະນີ ແລະ ມີເສຍຊີວິດເພີ່ມອີກ 5 ລາຍ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 3 ທັນວາ 2021 ວ່າ: ວັນທີ 2 ທັນວາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19 ທັງໝົດ 9.011 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບຜູ້ຕິດເຊື້ອທັງໝົດ 1.004 ຄົນ ໃນນີ້ຕິດເຊື້ອພາຍໃນ 997 ຄົນ ຄື:

  • ນະຄອນຫຼວງ 223 ຄົນ ໃນ 108 ບ້ານ 8 ເມືອງ 
  • ແຂວງວຽງຈັນ 107 ຄົນ ໃນ 48 ບ້ານ 11 ເມືອງ 
  • ແຂວງຫຼວງພະບາງ ມີ 93 ຄົນ ໃນ 33 ບ້ານ 6 ເມືອງ 
  • ແຂວງບໍລິຄຳໄຊ 71 ຄົນ ໃນ 19 ບ້ານ 5 ເມືອງ 
  • ແຂວງອັດຕະປື ມີ 64 ຄົນ ໃນ 25 ບ້ານ 5 ເມືອງ 
  • ແຂວງສະຫວັນນະເຂດ 57 ຄົນ ໃນ 25 ບ້ານ 6 ເມືອງ 
  • ແຂວງຈຳປາສັກ ມີ 52 ຄົນ ໃນ 26 ບ້ານ 6 ເມືອງ 
  • ແຂວງໄຊສົມບູນ 45 ຄົນ ໃນ 2 ເມືອງ 
  • ແຂວງບໍ່ແກ້ວ ມີ 43 ຄົນ ໃນ 16 ບ້ານ 3 ເມືອງ 
  • ແຂວງຫົວພັນ 40 ຄົນ ໃນ 9 ບ້ານ 4 ເມືອງ 
  • ແຂວງ ອຸດົມໄຊ ມີ 40 ຄົນ ໃນ 13 ບ້ານ 2 ເມືອງ
  • ແຂວງຫຼວງນ້ຳທາ ມີ 40 ຄົນ ໃນ 16 ບ້ານ 3 ເມືອງ 
  • ແຂວງໄຊຍະບູລີ ມີ 36 ຄົນ ໃນ 17 ບ້ານ 4 ເມືອງ 
  • ແຂວງຊຽງຂວາງ ມີ 34 ຄົນ ໃນ 14 ບ້ານ 5 ເມືອງ 
  • ແຂວງຜົ້ງສາລີ ມີ 31 ຄົນ ໃນ 11 ບ້ານ 3 ເມືອງ 
  • ແຂວງຄຳມ່ວນ ມີ 13 ຄົນ ໃນ 8 ບ້ານ 2 ເມືອງ 
  • ແຂວງສາລະວັນ ມີ 5 ຄົນ ໃນ 5 ບ້ານ 3 ເມືອງ 
  • ແຂວງເຊກອງ ມີ 3 ຄົນ ໃນ 2 ບ້ານ 2 ເມືອງ 

    ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີ 7 ຄົນ ທັງໝົດຈາກແຂວງອັດຕະປື ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ສະສົມ 77.500 ຄົນ ເສຍຊີວິດສະສົມ 191 ຄົນ ໃນນີ້ເສຍຊີວິດໃໝ່ 5 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານວັນທີ 2 ທັນວາ 674 ຄົນ ກໍາລັງປິ່ນປົວ 12.104 ຄົນ. 

    ລາຍລະອຽດຜູ້ເສຍຊີວິດໃໝ່ 5 ຄົນ ມີຄື

  • ເພດຊາຍ ອາຍຸ 57 ປີ ສັນຊາດ ຫວຽດນາມ ບ້ານໄຊຍະມຸງຄຸນ ນະຄອນໄກສອນ ແຂວງສະຫັວນນະເຂດ ພະຍາດປະຈໍາຕົວ ເບົາຫວານ ຄວາມດັນເລືອດ ແລະ ວັນນະໂລກ ບໍ່ໄດ້ຮັບການສັກຢາວັກຊີນ 
  • ເພດຊາຍ ອາຍຸ 88 ປີ ບ້ານ ດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ ປະດົງ ແລະ ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກຢາວັກຊີນ. 
  • ເພດຊາຍ ອາຍຸ 48 ປີ ບ້ານ ມີໄຊ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ ຜ່າຕັດລຳໄສ້ ພະຍາດປອດ ແລະ ຕັບແຂງ ບໍ່ໄດ້ຮັບການສັກຢາວັກຊີນ 
  • ເພດຍິງ ອາຍຸ 69 ປີ ບ້ານເຕົາປູນ ເມືອງສາລະວັນ ແຂວງສາລະວັນ (ແຕ່ມານອນປີ່ນປົວຢູ່ໂຮງໝໍມິດຕະພາບ ຈຶ່ງນັບເປັນຄົນເຈັບເສຍຊີວິດຢູ່ນະຄອນຫຼວງວຽງຈັນ) ພະຍາດປະຈຳຕົວ ພະຍາດເລືອດຈາງ ແລະ ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກຢາວັກຊີນ 
  • ເພດຍິງ ອາຍຸ 43 ປີ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ພະຍາດພູມຄຸ້ມກັນບົກຜ່ອງໄດ້ສັກຢາວັກຊິນຄົບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!