ທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 29 ພະຈິກ 2021 ວ່າ :ປີ 2021 ພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ວາງແຜນການສູ້ຊົນປູກເຂົ້ານາປີເນື້ອທີ່ 52.050 ເຮັກຕາ ປັກດໍາໄດ້ຕົວຈິງ 51.938 ເຮັກຕາ ມາຮອດປັດຈຸບັນສາມາດເກັບກ່ຽວໄດ້ສຳເລັດ 51.933,8 ເຮັກຕາ ທຽບໃສ່ຕົວເລກປັກດໍາ ປະຕິບັດໄດ້ເທົ່າກັບ 99,99% ຜະລິດຕະພາບສະເລ່ຍ 4,58 ໂຕນຕໍ່ເຮັກຕາ ຜົນຜະລິດລວມທັງໝົດ 237.997 ໂຕນ ໃນນັ້ນ ເກັບກ່ຽວເຂົ້າທົ່ວໄປ 25.974 ເຮັກຕາ ເກັບກ່ຽວເຂົ້າດ້ວຍກົນຈັກ 25.960 ເຮັກຕາ ເກັບກ່ຽວເຂົ້າຈ້າວ 2.218 ເຮັກຕາ ສັງເກັດເຫັນວ່າ ການເກັບກ່ຽວເຂົ້ານາປີປະຕິບັດໄດ້ 237.997 ໂຕນ ລື່ນແຜນການທີ່ວາງໄວ້ 235.820 ໂຕນ ຈໍານວນ 2.177 ໂຕນ ເທົ່າກັບ 0,92% ຕາມແຜນ 4,53 ໂຕນຕໍ່ເຮັກຕາ ປະຕິບັດໄດ້ 4,58 ໂຕນຕໍ່ເຮັກຕາ ລື່ນແຜນການ 0,05 ໂຕນຕໍ່ເຮັກຕາ ໃນນັ້ນ ເມືອງທີ່ເກັບກ່ຽວບໍ່ໄດ້ຕາມແຜນ 4,2 ເຮັກຕາແມ່ນເມືອງນາຊາຍທອງ ເສຍຫາຍຍ້ອນຖືກຜົນກະທົບຈາກນໍ້າເປື້ອນໜອງລ້ຽງປາຂອງຄົນຈີນຢູ່ບ້ານພັດທະນາ.

ສ່ວນການຜະລິດພືດຜັກລະດູຝົນປີ 2021 ເນື້ອທີ່ແຜນການ 3.779 ເຮັກຕາ ຄາດຄະເນຜະລິດຕະພາບສະເລ່ຍ 10,12 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 38.225 ໂຕນ ປະຕິບັດໄດ້ 3.840 ເຮັກຕາ ເທົ່າກັບ 101,61% ເດັ່ນກວ່າໝູ່ ແມ່ນປູກພືດພືດຜັກອິນຊີ ແລະ ປູກພືດຜັກໃນລະບົບໂຮງເຮືອນຂອງຜູ້ປະກອບການເຊັ່ນ: ເມືອງສີໂຄດຕະບອງ 400 ເຮັກຕາ ເມືອງໄຊເສດຖາ 80 ເຮັກຕາ ເມືອງນາຊາຍາທອງ 449 ເຮັກຕາ ເມືອງໄຊທານີ 917 ເຮັກຕາ ເມືອງຫາດຊາຍຟອງ 1.146 ເຮັກຕາ ເມືອງສັງທອງ 402 ເຮັກຕາ ແລະ ເມືອງປາກງື່ມ 446 ເຮັກຕາ ປັດຈຸບັນຍັງສືບຕໍ່ການຜະລິດ.

ການຜະລິດພືດອຸດສາຫະກໍາລະດູຝົນປີ 2021 ເນື້ອທີ່ແຜນການ 3.146 ເຮັກຕາ ຄາດຄະເນຜະລິດ ຕະພາບສະເລ່ຍ 13,13 ໂຕນຕໍ່ເຮັກຕາ ຜົນຜະລິດລວມ 41.321 ໂຕນ ປະຕິບັດໄດ້ 3.215 ເຮັກຕາ ເທົ່າກັບ 102,19% ໃນນີ້ເມືອງນາຊາຍທອງ 330 ເຮັກຕາ ເມືອງໄຊທານີ 713 ເຮັກຕາ ເມືອງຫາດຊາຍຟອງ 40 ເຮັກຕາ ເມືອງສັງທອງ 810 ເຮັກຕາ ແລະ ເມືອງປາກງື່ມ 1.322 ເຮັກຕາ ເດັ່ນກວ່າໝູ່ແມ່ນການປູກມັນຕົ້ນເປັນສິນຄ້າ.

ການປູກໄມ້ໃຫ້ໝາກປີ 2021 ເນື້ອທີ່ລວມ 4.315 ເຮັກຕາ ສາມາດໃຫ້ຜົນຜະລິດໄດ້ 2.550 ເຮັກຕາຜົນຜະລິດ 90.916 ໂຕນຕໍ່ປີ ໝາກກ້ວຍ 2.015 ເຮັກຕາ ຜົນຜະລິດ 80.600 ໂຕນ ປີ 2021 ແຜນການປູກໄມ້ 2.532 ເຮັກຕາ ຄາດຄະເນຜົນຜະລິດ 44.079 ໂຕນ ປັດຈຸບັນປະຕິບັດ 1.765 ເຮັກຕາ ທຽບໃສ່ແຜນການເທົ່າກັບ 69,71% ກຳລັງສືບຕໍ່ບົວລະບັດຮັກສາ ແລະ ສົ່ງກ້ວຍອອກຕະຫຼາດຈີນຈໍານວນໜຶ່ງໃນນັ້ນ ເມືອງສີໂຄດຕະບອງ 27 ເຮັກຕາ ເມືອງນາຊາຍທອງ 62 ເຮັກຕາ ເມືອງໄຊທານີ 372 ເຮັກຕາ ເມືອງຫາດຊາຍຟອງ 39 ເຮັກຕາ ເມືອງສັງທອງ 181 ເຮັກຕາ ແລະ ເມືອງປາກງື່ມ 1.085 ເຮັກຕາ.

# ຂ່າວ – ພາບ : ສົມສະຫວັນ