ພາຍໃຕ້ການນຳພາຂອງພັກ-ລັດ ປະເທດຊາດໄດ້ຮັບການພັດທະນາໄວ

     ທ່ານ ຄໍາຫຼ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກກໍ່ສ້າງ ສ້ອມແປງຂົວ-ທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໃຫ້ສຳພາດວັນທີ 25 ພະຈິກ 2021 ຜ່ານມາວ່າ: ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ (ວັນຊາດ) ຄົບຮອບ 46 ປີ (2/12/1975-2/12/2021) ຂ້າພະເຈົ້າໃນນາມປະຊາຊົນ ຜູ້ປະກອບການ ກໍຄືນັກທຸລະກິດ ມີຄວາມຮູ້ສຶກພາກພູມໃຈທີ່ເຫັນພັກ-ລັດຂັ້ນເທິງ ເອົາໃຈໃສ່ໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ວຽກງານປົກປັກຮັກສາປະເທດໃຫ້ມີສະຖຽນລະພາບ ມີຄວາມໝັ້ນຄົງ ປະຊາຊົນມີຄວາມຜາສຸກ ທັງໝົດນີ້ ແມ່ນແນວທາງນະໂຍບາຍຂອງພັກທີ່ວາງອອກແຕ່ລະໄລຍະ ປະສົບຜົນສຳເລັດຂັ້ນພື້ນຖານໃນຜົນງານອັນໃຫຍ່ຫຼວງ ທີ່ເຫັນປະຈັກຕາກັບປະເທດຊາດບ້ານເມືອງໃນໄລຍະໃໝ່.

    ໃນກ່ອນໜ້ານີ້ ປີ 1975 ຄືນຫຼັງ ທີ່ປະເທດຊາດບໍ່ທັນໄດ້ຮັບການປົດປ່ອຍ ປະເທດຊາດພົບຄວາມຫຍຸ້ງຍາກບລໍາບາກໂດຍສະເພາະ ປະຊາຊົນບັນດາເຜົ່າທົ່ວປະເທດ ໄດ້ຖືກການກົດຂີ່ຂູດຮີດຂອງຈັກກະພັດຕ່າງດ້າວທີ່ີຜັດປ່ຽນກັນເຂົ້າມາຮຸກຮານປະເທດເຮົາເປັນເວລາຫຼາຍ 100 ປີ ທີ່ເຮັດໃຫ້ປະຊາຊົນບໍ່ມີໂອກາດສ້າງສາພັດທະນາປະເທດຊາດອັນແສນຮັກຂອງຕົນເອງ ຖ້າທຽບໃສ່ປະເທດເພື່ອນມິດໃນໂລກ ແຕ່ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກເປັນຜູ້ນຳໜ້ານັ້ນ ສາມາດນຳພາປະເທດຊາດປົດປ່ອຍອອກຈາກແອກປົກຄອງ ແລະ ສາມາດສະຖາປະນາໃນວັນທີ 2 ທັນວາ 1975 ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກ-ລັດຂັ້ນເທິງໄດ້ເອົາໃຈໃສ່ຊີ້ນໍາ-ນຳພາປັບປຸງປົວແປງພັກ ເຮັດໃຫ້ປະເທດຊາດບ້ານເມືອງຈະເລີນກ້າວໜ້າທັນສະໄໝ ດ້ວຍຈັງຫວະທີ່ວ່ອງໄວ ໂດຍສະເພາະໃນປັດຈຸບັນນີ້ ພັກ-ລັດໄດ້ເປີດກວ້າງຜັນຂະຫຍາຍສຸມໃສ່ທຸກມະຕິຂອງກົມການເມືອງສູນກາງພັກ ຈັດຕັ້ງປະຕິບັດ ເຮັດໃຫ້ປະຊາຊົນຢູ່ດີກິນດີ ເຮັດໃຫ້ພະນັກງານ-ລັດຖະກອນໄດ້ມີຊີວິດຊີວາດີຂຶ້ນ ສະຖຽນລະພາບໝັ້ນຄົງຖາວອນນີ້ແມ່ນປັດໄຈຫຼັກ.

   ໃນໂອກາດອັນສະຫງ່າລາສີ ພັກ-ລັດຍັງໄດ້ເສີມຂະຫຍາຍພັດທະນາສ້າງສາປະເທດຊາດດ້ວຍຫຼາຍຮູບຫຼາຍສີ ໂດຍສະເພາະ ດຶງດູດນັກລົງທຶນຈາກຕ່າງປະເທດເຂົ້າມາສ້າງສາພັດທະພນາປະເທດຊາດຂອງພວກເຮົາຢ່າງກວ້າງຂວາງ ອັນພົ້ນເດັ່ນ ປັດຈຸບັນພວກເຮົາໄດ້ມີໃບໜ້າໃໝ່ ເສັ້ນທາງລົດໄຟລາວ-ຈີນ ທີ່ເປັນຊັ້ນນຳຂອງອາຊຽນ ກໍຄືລະດັບໂລກ ທີ່ກ້າວເຂົ້າມາສູ່ປະເທດລາວເຮົາ ທັງໝົດນີ້ ແມ່ນຜົນງານຂອງພັກ-ລັດທີ່ປະຊາຊົນມີຄວາມຮູ້ສຶກກດີໃຈ ເນື່ອງຈາກປະເທດເຮົາບໍ່ມີຜືນແຜ່ນດິນ ກໍຄືຊາຍແດນຕິດກັບທະເລ ແຕ່ພວກເຮົາໄດ້ມີເສັ້ນທາງລົດໄຟເປັນຜົນງານ ແລະ ເປັນບັນຫາທີ່ສໍາຄັນທີ່ສຸດທີ່ປະຊາຊົນລໍຄອຍມາຫຼາຍສິບປີ ມາຮອດມື້ນີ້ ໄດ້ກາຍເປັນຄວາມຈິງ ທີ່ມີທາງລົດໄຟເຊື່ອມຕໍ່ຈາກຕ່າງປະເທດມາສູ່ປະເທດເຮົາ ຖືວ່າບັນຫານີ້ບໍ່ເຄີຍມີໃນປະຫວັດສາດຂອງຊາດລາວເຮົາ ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍມາຍັງການນຳພັກ-ລັດຖະບານລາວ ແລະ ລັດຖະບານຈີນ ທີ່ຍາມໃດກໍເປັນຫ່ວງເປັນໄຍ ເອົາໃຈໃສ່ຮ່ວມມືຢ່າງຮອບດ້ານກັບ ສປປ ລາວ ເປັນຜົນງານຂອງລັດຖະບານ ກໍຄືນັກທຸລະກິດສອງຊາດລາວ-ຈີນ ທີ່ໄດ້ຮ່ວມມືກັນຢ່າງສະໜິດແໜ້ນ ແລະ ປະສົບຜົນສໍາເລັດຢ່າງສະຫງ່າງາມ.

   ທ້າຍນີ້ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດໃຫ້ການນໍາພັກ-ລັດຂັ້ນເທິງ ຕະຫຼອດຮອດພະນັກງານ-ນັກຮົບ ນັກທຸລະກິດ ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນຳ-ນຳພາ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດບ້ານເມືອງໃຫ້ຈະເລີນຮຸ່ງເຮືອງສີວິໄລ ມັ່ງຄັ່ງຕະຫຼອດໄປ.    

# ຂ່າວ – ພາບ : ສົມສະຫວັນ  

error: Content is protected !!