ຕິດເຊື້ອພະຍາດໂຄວີດວັນນີ້ ບໍ່ມີກໍລະນີນໍາເຂົ້າ ແລະ ເສຍຊິວິດເພີ່ມອີກ 8 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 2 ທັນວາ ປີ 2021 ວ່າ: ວັນທີ 1 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.595 ຕົວຢ່າງ ໃນຂອບເຂດທົ່ວປະເທດ ຜົນວິເຄາະ ພົບເຊື້ອພາຍໃນທັງໝົດ 1.333 ກໍລະນີ ໂດຍມີລາຍລະອຽດດັ່ງນີ້.

  • ນະຄອນຫຼວງ 605 ຄົນ ໃນ 204 ບ້ານ 9 ເມືອງ
  • ແຂວງຫຼວງພະບາງ 83 ຄົນ ໃນ 32 ບ້ານ 5 ເມືອງ
  • ແຂວງຄຳມ່ວນ 82 ຄົນ ໃນ 3 ບ້ານ 1 ເມືອງ
  • ແຂວງຜົ້ງສາລີ 70 ຄົນ ໃນ 11 ບ້ານ 2 ເມືອງ
  • ແຂວງສະຫວັນນະເຂດ 69 ຄົນ ໃນ 39 ບ້ານ 9 ເມືອງ
  • ແຂວງບໍ່ແກ້ວ 61 ຄົນ ໃນ 25 ບ້ານ 4 ເມືອງ
  • ແຂວງຈຳປາສັກ 61 ຄົນ ໃນ 35 ບ້ານ 7 ເມືອງ
  • ແຂວງວຽງຈັນ 53 ຄົນ ໃນ 26 ບ້ານ 8 ເມືອງ
  • ແຂວງອຸດົມໄຊ 44 ຄົນ ໃນ 23 ບ້ານ 2 ເມືອງ
  • ແຂວງໄຊຍະບູລີ 42 ຄົນ ໃນ 14 ບ້ານ 5 ເມືອງ
  • ແຂວງຫຼວງນ້ຳທາ 41 ຄົນ ໃນ 19 ບ້ານ 4 ເມືອງ
  • ແຂວງຊຽງຂວາງ 30 ຄົນ ໃນ 11 ບ້ານ 3 ເມືອງ
  • ແຂວງບໍລິຄຳໄຊ 28 ຄົນ ໃນ 12 ບ້ານ 6 ເມືອງ
  • ແຂວງໄຊສົມບູນ 21 ຄົນ ໃນ 2 ບ້ານ 2 ເມືອງ
  • ແຂວງຫົວພັນ 17 ຄົນ ໃນ 6 ບ້ານ 2 ເມືອງ
  • ແຂວງເຊກອງ 15 ຄົນ ໃນ 10 ບ້ານ 3 ເມືອງ
  • ແຂວງສາລະວັນ 10 ຄົນ ໃນ 6 ບ້ານ 3 ເມືອງ
  • ແຂວງອັດຕະປື 1 ຄົນ ໃນ 1 ບ້ານ 1 ເມືອງ

    ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 76.496 ຄົນ ເສຍຊີວິດສະສົມ 186 ຄົນ ໃນນີ້ເສຍຊິວິດໃໝ່ 8 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານວັນທີ 1 ທັນວາ ມີ 659 ຄົນກໍາລັງປິ່ນປົວ 12.170 ຄົນ.

    ລາຍລະອຽດຜູ້ເສຍຊີວິດໃໝ່ 8 ຄົນ ມີດັ່ງນີ້

  • ເພດຊາຍ ອາຍຸ 72 ປີ ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມຊຳເຮື້ອ ບໍ່ໄດ້ຮັບການສັກຢາວັກຊີນ
  • ເພດຊາຍ ອາຍຸ 68 ປີ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ ຄວາມດັນເລືອດສູງ ແລະ ພະຍາດອັກເສບປອດ ໄດ້ສັກຢາວັກຊີນຄົບ
  • ເພດຊາຍ ອາຍຸ 53 ປີ ບ້ານ ໜອງດ້ວງເໜືອ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ ໄດ້ສັກຢາວັກຊີນ ແຕ່ບໍ່ຮູ້ຊະນິດ
  • ເພດຊາຍ ອາຍຸ 58 ປີ ບ້ານຈັນສະຫວ່າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ: ຕັບອັກເສບບີ ແລະ ຕັບແຂງ ໄດ້ສັກຢາວັກຊີນຄົບ
  • ເພດຍິງ ອາຍຸ 80 ປີ ບ້ານ ປາກກະຍຸງ ເມືອງ ວຽງຄຳ ແຂວງ ວຽງຈັນ ຜ່ານມາບໍ່ໄດ້ກວດສຸຂະພາບ ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ
  • ເພດຊາຍ ອາຍຸ 88 ປີ ບ້ານ ໜອງນາກ ເມືອງ ໂພນໂຮງ ແຂວງ ວຽງຈັນ ເຄີຍເປັນ ischemic stroke ຫຼາຍປີກ່ອນ ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ
  • ເພດຊາຍ ອາຍຸ 26 ປີ ບ້ານ ໜອງນາກ ເມືອງ ໂພນໂຮງ ແຂວງ ວຽງຈັນ ບໍ່ມີພະຍາດປະຈຳຕົວ ເປັນຄົນຕຸ້ຍ ນໍ້າໜັກ > 100 ກິໂລ ໄດ້ສັກວັກຊີນປ້ອງກັນໂຄວິດຄົບ
  • ເພດຍິງ ອາຍຸ 52 ປີ ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ຄວາມດັນເລືອດສູງ ແລະ ເບົາຫວານ ໄດ້ສັກຢາວັກຊີນ 1​ ເຂັມ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!