ການນຳຂັ້ນສູງພັກ-ລັດ ເຂົ້າຮ່ວມພິທີເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟລາວ-ຈີນ

    ຕອນເຊົ້າວັນທີ 2 ທັນວາ 2021 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມ ພັນລະຍາ ແລະ ການນຳຂັ້ນສູງພັກ-ລັດ ເຂົ້າຮ່ວມພິທີເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟລາວ-ຈີນ ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ.

    ໃນພິທີ ທ່ານນາຍົກລັດຖະມົນຕີ ໄຕ້ທູບທຽນບູຊາພະຣັດຕະນະໄຕ ຈາກນັ້ນ ລັ່ນຄ້ອງ 9 ບາດ ສູດປະຣິດຕະມະຫາມຸງຄຸນໄຊຫຼວງ ຫຼື ສູດມະຫາໄຊຍະມຸງຄຸນຫຼວງ ເພື່ອກຳຈັດປັດເພີກສິ່ງບໍ່ດີ ທີ່ມີຢູ່ໃນ ສະຖານທີ່ ວັດຖຸ ບຸກຄົນນັ້ນໆ ໃຫ້ອອກໄປ ເພື່ອເປັນສີລິມຸງຄຸນໃຫ້ດຳເນີນໄປໄດ້ຢ່າງລາບລື່ນ ແລະ ສັນຕິສຸກ ເພື່ອເສີມສ້າງບຸນຍາປາລະມີໃຫ້ແກ່ຜູ້ເຂົ້າຮ່ວມໃນງານພິທີ ເພື່ອນຳເອົາພະທຳຄຳສອນໃນວອນພະພຸດທະນະໜາ ມາເຜີຍແຜ່ໃຫ້ອອກຕົນຍາດໂຍມ ໂດຍພະອາຈານໃຫຍ່ ບຸນມາ ສິມພາພົມ ຮັກສາການປະທານສູນກາງອົງການພຸດທະສະໜາສຳພັນ ແຫ່ງ ສປປ ລາວ ແລະ ຄະນະສົງ 19 ອົງ ຮັບຟັງທຳມະເທດສະໜາບັນຍາຍ 1 ກັນ-ຄຳຖວາຍສັງຄະທານ ຈາກນັ້ນ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ເຄນກັນບູຊາທຳມະເທດສະໜາ ແລະ ເຄນບ້າງປັດໄຈບູຊາທຳ ເພື່ອເປັນການບູຊາທຳຂອງພະພຸດທະເຈົ້າທີ່ອົງເທບສິໜາທຳຍົກຂຶ້ນມາບັນຍາຍ ໃຫ້ອອກຕົນຍາດໂຍມຟັງ.

    ເວລາຕໍ່ມາ ພະອາຈານໃຫຍ່ ທອງໃສ ພັນທະວົງ/ພະອາຈານ ບຸນເສີຍ ເພົາພາສິດ ຕາງໜ້າຄະນະ ສົງ ພົມນ້ຳມົນສະຖານີລົດໄຟ ແລະ ລົດໄຟ. ພາຍຫຼັງສຳເລັດພິທີເບີກໂຊກໄຊຍະມຸງຄຸນ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ການນຳຂັ້ນສູງພັກ-ລັດ ກໍໄດ້ເຂົ້າຊົມລົດໄຟ ແລະ ສະຖານີລົດໄຟ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!