ອຸທຸມພອນ ລະນຶກວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ

    ວັນທີ 1 ທັນວາ 2021 ຢູ່ທີ່ເດີ່ນຫ້ອງວ່າການປົກຄອງເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີປາຖະກະຖາຫວນຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 46 ປີ ໃຫ້ພະນັກງານຫຼັກແຫຼ່ງນຳພາພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ນາຍບ້ານໃນເຂດເທດສະບານເມືອງໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນວັນດັ່ງກ່າວຢ່າງເລິກເຊິ່ງ

    ທ່ານ ແສນສັກ ພີມວົງສາ ເຈົ້າເມືອງອຸທຸມພອນ ໄດ້ຍົກໃຫ້ເຫັນວ່າ: ກ່ອນວັນທີ 2 ທັນວາ 1975 ຄືນຫຼັງ ປະເທດຊາດບ້ານເມືອງຂອງພວກເຮົາຖືກຈັກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ເຂົ້າມາຮຸກຮານ ປະຊາຊົນລາວບັນດາເຜົ່ານັບແຕ່ເໜືອເຖິງໃຕ້ ກໍໄດ້ຕໍ່ສູ້ຢ່າງອົງອາດກ້າຫານ ແຕ່ກໍບໍ່ໄດ້ຮັບໄຊຊະນະ ຍ້ອນບໍ່ມີພັກນຳພາ ພາຍຫຼັງພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນ ໂດຍແມ່ນປະທານໄກສອນ ພົມວິຫານ ເປັນຜູ້ນຳພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຈົນໄດ້ຮັບໄຊຊະນະເປັນຂັ້ນໆມາ ແບບບົວບໍ່ຊ້ຳ ນ້ຳບໍ່ຂຸ້ນ ແລະ ກໍໄດ້ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ປັດຈຸບັນກໍຄົບຮອບ 46 ປີ ທີ່ປະຊາຊົນລາວບັນດາເຜົ່າ ຜູ້ເຄີຍດໍາລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງແທ້ຈິງ ມີເອກະລາດ ອິດສະລະພາບຢ່າງສົມບູນ ແລະ ພວມກ້າວຂື້ນສູ່ສັງຄົມນິຍົມ ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍຄືຂອງມວນມະນຸດປາກົດເປັນຈິງຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ.

    ກ່ອນໜ້າຈະເຂົ້າສູ່ພິທີປາຖະກະຖາຢ່າງເປັນທາງການນັ້ນ ບັນດາທ່ານການນຳພັກ-ລັດຂັ້ນເມືອງ ກຳລັງທະຫານຫຼວງ ກຳລັງ ປກຊ-ປກສ ພາກສ່ວນຕ່າງໆຍັງໄດ້ວາງພວງມາລາ ກະຕ່າດອກໄມ້ຢູ່ຕໍ່ໜ້າອະນຸສາວະລີ ແລະ ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ມີຈຳນວນ 13 ກ້ອນກຳລັງທີ່ເຂົ້າວາງ ທັງນີ້ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ທ່ານປະທານໄກສອນພົມ ວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເຊິ່ງໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ ຜົນງານ ແລະ ຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ ແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!