ມອບຫຼຽນ​ໄຊ​ພັດ​ທະ​ນາ​ຊັ້ນ​ໜຶ່ງໃຫ້​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ ແລະ ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງໃຫ້​ແກ່​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ

    ວັນ​ທີ 1 ທັນ​ວາ​ປີ 2021 ລັດ​ຖະ​ບານ​ລາວ​ ໄດ້​ຈັດ​ພິ​ທີປະດັບການຍ້ອງຍໍບັ້ນສຳເລັດໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ ໂດຍທ່ານ​ ສອນ​ໄຊ ສີ​ພັນ​ດອນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ຫົວ​ໜ້າ​ຄະ​ນະ​ຮັບ​ຜິ​ດ​ຊອບໂຄງ​ການ​ທາງ​ລົດ​ໄຟ​ລາວ​-ຈີນ ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ລາວ ມອບຫຼຽ​ນ​ໄຊພັດ​ທະ​ນາ​ຊັ້ນ​ໜຶ່ງ ​ໃຫ້​ແກ່​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ ແລະ ມອບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງໃຫ້​ແກ່​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ພ້ອມນີ້ ມີທ່ານ ​ຈ່ຽງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ​​ສ​ປຈີນ​ ປະ​ຈຳ​ລາວ​ ທ່ານລັດຖະມົນຕີ ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.  

    ໂດຍ​ຜ່ານ​ການ​ອະ​ນຸ​ມັດ​​ຈາກ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ທ່ານ​ ຈູ​ໂກ​ຈ່ຽງ ຄະ​ນະ​ບໍ​ລິ​ຫານ​ງານ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ສາ​ກົນ​ຈີນ ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ຕາງ ​ໜ້າ​ກຸ່ມ​ລັດ​ວິ​ສ​າ​ສາ​ຫະ​ກິດ​ທາງ​ລົ​ດ​ໄຟ​ແຫ່ງ​ຊາດ​ຈີນ ແລະ ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ​ເຂົ້າ​ຮ່ວມ​ພິ​ທີ ແລະ ​ຮັບ​ຫຼຽນ​ໄຊ.

    ໃນ​ພິ​ທີ​ມອບຫຼຽນ​ໄຊ ລັດ​ຖະ​ບານ​ລາວ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສຸດ​ໃຈ​ຕໍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ທີ່​ມີ​ສະ​ຫາຍ​ ສີ​ຈິ້ນ​ຜິງ​ ເປັນ​ແກນ​ນຳ ​ທັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ລັດ​ຖະ​ບານ​ຈີນ​ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ​ ການ​ຊ່ວຍ​ເຫຼືອ​ຢ່າງ​ແຂງ​ແຮງໃຫ້​ກັບ​ປະ​ເທດ​ລາວ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ຊຸກ​ຍູ້​ປະ​ເທດ​ລາວ​​ໃຫ້ບັນ​ລຸ​ເປົ້າ​ໝາຍ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ ​ທີ່​ຫັນ​ຈາກ ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ​ມາ​ເປັນປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ ທັງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ກຸ່ມ​ລັດ​ວິ​ສາ​ຫະ​ກິດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ ແລະ ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ ທີ່​ເປັນ​ໂຄງ​ການ​ສັນ​ຍະ​ລັກ​ແຫ່ງ​ມິດ​ຕະ​ພາບ​ລາວ-ຈີນ ​ໃນ​ຂອບໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ.

    ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ຊາຍແດນລາວ-ຈີນ ບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 426 ກິໂລແມັດ ເສັ້ນທາງລົດໄຟສາຍຫຼັກ ຍາວ 422,4 ກິໂລແມັດ ການກໍ່ສ້າງໂຄງການໄດ້ແບ່ງອອກເປັນສອງໄລຍະການກໍ່ສ້າງ ໄລຍະທີ 1  ມີຄວາມຍາວ 409 ກມ ນັບແຕ່ຊາຍແດນແຂວງຫຼວງນໍ້າທາ-ສະຖານີໂດຍສານນະຄອນຫຼວງວຽງຈັນ ໄລຍະທີ 2 ມີຄວາມຍາວ 17 ກມ ນັບແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ-ທ່ານນາແລ້ງ ແລວທາງລົດໄຟລາວ-ຈີນ ໄດ້ກໍ່ສ້າງຜ່ານ 4 ແຂວງ ແລະ ນະຄອນຫລວງວຽງຈັນ ມີ 15 ເມືອງ 178 ບ້ານ.

       ສັງລວມແລ້ວ ການກໍ່ສ້າງໄປຕາມເປົ້າໜາຍຂອງ​ໂຄງການທາງລົດໄຟລາວ-ຈີນ ທີ່ເປັນໂຄງການດີເດັ່ນ ປອດໃສຂາວສະອາດ ແລະ ເປັນໂຄງການຕົ້ນແບບ ໄດ້ຊຸກຍູ້ບັນດາຜູ້ເຂົ້າຮ່ວມກໍ່ສ້າງຢ່າງຕັ້ງໜ້າ ສ້າງກົນໄກ ເງື່ອນໄຂແບບຮອບດ້ານ ແລະ ມີມາດຕະຖານສູງ ທຸ່ມເທເຫຶ່ອແຮງໃຫ້ແກ່ການກໍ່ສ້າງ ​ພ້ອມກັນຜ່ານຜ່າອຸປະສັກຕ່າງໆ ເພື່ອໃຫ້ສາມາດບັນດຸຕາມເປົ້າໜາຍຂອງໂຄງການ ຈຶ່ງເຮັດໃຫ້ໂຄງການສາມາດດຳເນີນໄດ້ຕາມແຜນການທີ່ວາງໄວ້.

# ຂ່າວ – ພາບ : ບຸນມີ ສີວິໄລ

error: Content is protected !!