ສະຫາຍ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມສາກົນລະຫວ່າງພັກການເມືອງ

    ໃນວັນທີ 1 ທັນວາ 2021 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນ ລະຫວ່າງພັກການເມືອງ ຜ່ານຮູບແບບວິດີໂອທາງໄກ ຊຶ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງມົດສະກູ ສ ຣັດເຊຍ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ ພາຍໃຕ້ຫົວຂໍ້ ສິ່ງທ້າທາຍສາກົນຂອງສະຕະວັດທີ 21: ຂົງເຂດການຮ່ວມມືລະຫວ່າງພັກການເມືອງ (“Global Challenges of the XXI Century: Inter-Party Dimension”) ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເນື່ອງໃນໂອກາດການສະເຫຼີມສະຫຼອງຄົບຮອບ 20 ປີ ແຫ່ງການສ້າງຕັ້ງພັກຣັດເຊຍເອກະພາບ ຊຶ່ງມີບັນດາຜູ້ແທນໃນລະດັບການນໍາຂັ້ນສູງພັກ-ລັດ ທີ່ມາຈາກ 31 ພັກການເມືອງ ຈາກ 30 ປະເທດ ແລະ ເລຂາທິການໃຫຍ່ອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP) ເຂົ້າຮ່ວມ.

    ສະຫາຍ ທອງລຸນ ສີສຸລິດ ໄດ້​ປະກອບ​ຄຳ​ເຫັນໃນກອງປະຊຸມຄັ້ງນີ້ ໂດຍໄດ້ສະແດງຄວາມຊົມເຊີຍວັນສ້າງຕັ້ງພັກຣັດເຊຍເອກະພາບ ຄົບຮອບ 20 ປີ ຕີລາຄາສູງຕໍ່ການນໍາພາທີ່ເຂັ້ມແຂງຕະຫຼອດໄລຍະສອງທົດສະວັດຜ່ານມາ ຊຶ່ງໄດ້ເຮັດໃຫ້ປະເທດຣັດເຊຍ ມີການຫັນປ່ຽນທີ່ສໍາຄັນ ບັນລຸຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ, ມີການພັດທະນານັບມື້ນັບໜັກແໜ້ນ ເຂັ້ມເເຂງ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຍົກລະດັບໃຫ້ດີຂຶ້ນເປັນກ້າວໆ ບົດບາດອິດທິພົນຂອງ ສ ຣັດເຊຍ ແລະ ພັກຣັດເຊຍເອກະພາບ ນັບມື້ນັບສູງຂຶ້ນໃນເວທີສາກົນ ປະກອບສ່ວນສໍາຄັນເຂົ້າໃນພາລະກິດລວມຂອງມວນມະນຸດເພື່ອສັນຕິພາບ ຄວາມໝັ້ນຄົງ ຄວາມຍຸຕິທໍາ ແລະ ການພັດທະນາແບບຍືນຍົງ ໄດ້ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີ​​ມູນ​ເຊື້ອອັນ​ດີງາມ​​ມາແຕ່ດົນນານ ທັງເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ຕະຫຼອດໄລຍະ 10 ປີຜ່ານມາ ກໍຄືການພົວພັນຮ່ວມມືລະຫວ່າງພັກ ປປ ລາວ ແລະ ພັກຣັດເຊຍເອກະພາບ ຊຶ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ແລະ ມີຜົນສຳເລັດທີ່ສຳຄັນຫຼາຍດ້ານ ເປັນຕົ້ນແມ່ນດ້ານການເມືອງ ແລະ ຄວາມໝັ້ນຄົງ ເສດຖະກິດ ແລະ ການຄ້າ ການສຶກສາ ວິທະຍາສາດ ເຕັກໂນໂລຊ ດ້ານສາທາລະນະສຸກ, ມະນຸດສະທໍາ ແລະ ດ້ານອື່ນໆ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າຂອງພັກ ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ມີຕໍ່ພັກ ລັດ ແລະ ປະຊາຊົນລາວຕະຫຼອດໄລຍະທີ່ຜ່ານມາ.

    ນອກຈາກນີ້  ສະຫາຍ ທອງລຸນ  ສີສຸລິດ  ຍັງໄດ້ເນັ້ນໜັກຄວາມຈໍາເປັນໃນການເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ເລິກເຊິ່ງ ລະຫວ່າງບັນດາພັກການເມືອງ ແລະ ໄດ້ສະແດງເຈດຕະນາລົມໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດກັບພັກຣັດເຊຍເອກະພາບ ແລະ ບັນດາພັກການເມືອງໃນໂລກ ເພື່ອເສີມສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ສົ່ງເສີມການຮ່ວມມືເພື່ອການພັດທະນາຢ່າງສົມດຸນຕາມທິດຢືນຍົງ ຮ່ວມກັນຮັບມື ແລະ ແກ້ໄຂບັນຫາສໍາຄັນຂອງໂລກ ລວມທັງບັນຫາໂຄວິດ-19 ການປ່ຽນແປງຂອງສະພາບດິນຟ້າອາກາດ ການຕ້ານການກໍ່ອາດຊະຍາກໍາຂ້າມຊາດ ຢາເສບຕິດ ໄພຂົ່ມຂູ່ທາງໄຊເບີ ແລະ ບັນຫາອື່ນໆ.

# ຂ່າວ – ພາບ : ຄຕພ

error: Content is protected !!