ວັນທີ 29-30 ພະຈິກ 2021 ໜ່ວຍກູ້ໄພ 1625 ອົງການກາແດງລາວ ຈັດກອງປະຊຸມສະຫຼູບວຽກງານຂຶ້ນແບບທາງໄກ ຮ່ວມກັບສູນກູ້ໄພບັນດາແຂວງ ໂດຍການເປັນປະທານຂອງທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ມີບັນດາທ່ານຄະນະຮັບຜິດຊອບວຽກງານກູ້ໄພຈາກອົງການກາແດງລາວ ແລະ ກາແດງແຂວງ (ຫຼວງນ້ຳທາ ອຸດົມໄຊ ແລະ ຈຳປາສັກ) ເຂົ້າຮ່ວມ.

ທ່ານ ພອນໄຊ ສີວິໄລ ຫົວໜ້າພະແນກສຸກເສີນ ກອງສົ່ງເສີມສຸຂະພາບຊຸມຊົນ ອົງການກາແດງລາວ ໄດ້ຜ່ານບົດສະຫຼູບໃນໄລຍະປີ 2020-2021 ຜ່ານມາ ຂອງວຽກງານກູ້ໄພອົງການກາແດງລາວໃນຂອບເຂດທົ່ວປະເທດ ວ່າ: ໜ່ວຍກູ້ໄພ 1625 ອົງການກາແດງລາວ ປະກອບມີ 6 ສາຂາແຂວງຄື: ນະຄອນຫຼວງວຽງຈັນ ວຽງຈັນ ຫຼວງພະບາງ ໄຊຍະບູລີ ບໍ່ແກ້ວ ແລະ ແຂວງຄຳມ່ວນ ປະກອບດ້ວຍພະນັກງານຮັບຜິດຊອບທັງໝົດ 27 ຄົນ ຍິງ 6 ຄົນ ມີອາສາສະໝັກທັງໝົດ 166 ຄົນ ຍິງ 60 ຄົນ ມີລົດກູ້ໄພທັງໝົດ 12 ຄັນ ຕະຫຼອດໄລຍະ 2 ປີ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ແຈ້ງເບີສຸກເສີນ 1625 ຜ່ານມາ ໃນນີ້ ໄດ້ຮັບອຸບັດເຫດ ແລະ ຜູ້ບາດເຈັບທັງໝົດ 3.798 ກໍລະນີ ມີຜູ້ບາດເຈັບ 995 ຄົນ ຍິງ 494 ຄົນ ບາດເຈັບເລັກນ້ອຍ 611 ຄົນ ເຈັບປານກາງ 559 ຄົນ ເຈັບສາຫັດ 97 ຄົນ ນໍາສົ່ງຄົນເຈັບສຸກເສີນ 129 ຄົນ ມ້ຽນສົບຜູ້ເສຍຊີວິດ 21 ສົບ ແລະ ອື່ນໆ ນອກນັ້ນ ອາສາສະໝັກຍັງໄດ້ປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ໃນການແຈກຢາຍອາຫານ ນ້ຳດື່ມ ໂຄສະນາວິທີປ້ອງກັນ ສີດ-ພົ່ນຢາຂ້າເຊື້ອຕາມສະຖານທີ່ຕ່າງໆ ຊ່ວຍອຳນວຍຄວາມສະດວກຢູ່ສະຖານທີ່ສັກວັກຊິນ ຮັບຜູ້ຕິດເຊື້ອໄປຫາສູນປິ່ນປົວ ຮັບກຸ່ມສ່ຽງໄປສູນຈຳກັດບໍລິເວນ ແລະ ໄດ້ມ້ຽນສົບຜູ້ເສຍຊີວິດຈາກພະຍາດໂຄວິດ-19.
ວຽກງານນີ້ເປັນງານທີ່ສຳຄັນຫຼາຍ ສະນັ້ນທຸກພາກສ່ວນຈົ່ງເປັນເຈົ້າການໃນການເຄື່ອນໄຫວປະກອບສ່ວນທາງດ້ານວັດຖຸ ແລະ ຈິດໃຈ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມກ້າວໜ້າ ແລະ ເຂັ້ມແຂງເລື້ອຍໆ.

# ຂ່າວ & ພາບ : ຂັນທະວີ