ຫສປທ ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸຄະລະກອນຮອບທີ II

    ວັນທີ 29 ພະຈິກ 2021 ອົງຄະນະພັກຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝພາຍໃນຄະນະພັກ ແລະ ທາບທາມບຸຄະລາກອນຮອບທີ II ທີ່ຫ້ອງປະຊຸມຕຶກດອກບົວບານ (ຫໍຄໍາ) ເປັນປະທານຂອງສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ເປັນກຽດເຂົ້າຮ່ວມໂດຍສະຫາຍ ນາງ ປານີ ຢາທໍ່ຕູ້  ກໍາມະການກົມການເມືອງສູນກາງພັກ  ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະພັກ ແລະ ໜ່ວຍພັກເຂົ້າຮ່ວມທັງໝົດ 64 ສະຫາຍ.

    ກອງປະຊຸມຄັ້ງນີ້ ໄດ້ດໍາເນີນເປັນ 2 ໄລຍະຄື:

ໄລຍະທີ 1. ດໍາເນີນຊີວິດການເມືອງພາຍໃນຄະນະພັກ ໂດຍມີສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ຄະນະພັກ ເລຂາຄະນະພັກ ແລະ ຫົວໜ້າ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ ປະກອບຄໍາເຫັນໃສ່ບົດສໍາຫຼວດການນໍາພາລວມຂອງຄະນະພັກ ຫຼັງຈາກນັ້ນ ໄດ້ສໍາຫຼວດພາຍໃນຄະນະພັກ ເລຂາໜ່ວຍພັກ.

     ໄລຍະທີ 2. ທາບທາມບຸກຄະລາກອນຮອບທີ II ໃນກອງປະຊຸມ ສະຫາຍ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ ຮອງຫົວໜ້າ ຫສປທ ລາຍງານຈຸດທີ່ໄດ້ປັບປຸງຕໍ່ຮ່າງບົດລາຍງານການເມືອງ ຮ່າງແຜນພັດທະນາຫ້ອງວ່າການສໍານັກງານປະທານປະເທດ ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກທີ່ຜ່ານການປະກອບໃນກອງປະຊຸມທາບທາມຮອບທີ I ຈາກນັ້ນ ສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ແຈ້ງຜົນການດໍາເນີນຊີວິດການເມືອງພາຍໃນຄະນະພັກ ຊີ້ແຈງການແກ້ໄຂຄໍາສົ່ງຂ່າວຂອງສະມາຊິກພັກໃນການປັບປຸງປົວແປງພັກປີ 2017 ແລະ ທາບທາມຮອບທີ I ພ້ອມດຽວກັນນັ້ນ ສະມາຊິກພັກໄດ້ປະກອບຄໍາເຫັນໃສ່ 3 ຮ່າງເອກະສານດັ່ງກ່າວ ແລະ ປ່ອນບັດທາບທາມຮອບທີ II.

    ໂອກາດດຽວນີ້ ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ ຫສປທ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມໃຫຍ່ອົງຄະນະພັກ ຫສປທ ຄັ້ງທີ I ທີ່ຈະເປີດຂຶ້ນໃນມໍ່ໆນີ້ ໂດຍສະຫາຍໄດ້ເນັ້ນບາງດ້ານ ເປັນຕົ້ນແມ່ນ ມາດຖານເງື່ອນໄຂຂອງບຸກຄະລາກອນທີ່ຈະສະໜັກເຂົ້າໃນຄະນະພັກຊຸດໃໝ່ຂອງ ຫສປທ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!