ອົງການ KOTRA ວຽງຈັນ ໜ່ວຍງານເສດຖະກິດສົ່ງເສີມການຄ້າ-ການລົງທຶນ ສະຖານທູດ ສ ເກົາຫຼີ ປະຈໍາລາວ ໄດ້ຕາງໜ້າໃຫ້ບໍລິສັດເຄື່ອງສໍາອາງຈາກ ສ ເກົາຫຼີ The Blessed Moon ໄດ້ມອບອຸປະກອນການເຝີກອົບຮົມ ຫຼັກສູດຄວາມງາມ ໃຫ້ຂະແໜງການເສີມສວຍ ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ຂຶ້ນວັນທີຈັນ 29 ພະຈິກ 2021 ຢູ່ສະຖາບັນດັ່ງກ່າວ ຕາງໜ້າມອບໂດຍທ່ານ Kim Pil Seong ຜູ້ອຳນວຍການອົງການ KOTRA ວຽງຈັນ ແລະ ຮັບໂດຍ ທ່ານ ດຣ. ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ລາວ-ສ ເກົາຫຼີ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງເພື່ອສະໜັບສະໜູນການສຶກສາຂະແໜງການເສີມສວຍ ໃຫ້ແກ່ນັກຮຽນ-ນັກສືກສາໄດ້ນໍາໃຊ້ເຂົ້າໃນການເຝີກຝົນເສີມທັກສະຄວາມຮູ້ ແລະ ປະຕິບັດເຕັກນິກໃນການປະຕິບັດຕົວຈິງແບບມືອາຊີບ ດ້ວຍການນໍາໃຊ້ອຸປະກອນແຕ່ງໜ້າທີ່ມີຊື່ສຽງທີ່ຄົນເກົາຫຼີນໍາໃຊ້ ແລະຍອມຮັບໃນວົງການຄວາມງາມ ມາມອບໃຫ້ໃນຄັ້ງນີ້ ລວມມີມູນຄ່າທັງໝົດ 13.000 ໂດລາສະຫະລັດ ຫຼືປະມານ 140 ລ້ານກີບ ພ້ອມນີ້ ອົງການ KOTRA ວຽງຈັນ ຍັງໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ເຊັ່ນ: ເຈວລ້າງມື ແລະ ສະເປ Alcohol ມູນຄ່າ 400 ໂດລາສະຫະລັດ ໃຫ້ສະຖາບັນພັດທະນາສີມືແຮງງານ ລາວ-ສ ເກົາຫຼີ ເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາ ນໍາໄປໃຊ້ເຂົ້າໃນການປະຕິບັດມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ທີ່ລັດຖະບານວາງອອກຢ່າງເຂັ້ມງວດ.

ປັດຈຸບັນ ປະເທດ ສ. ເກົາຫຼີ ມີຕະຫຼາດຄວາມງາມທີ່ໃຫຍ່ເປັນອັນດັບ 10 ຂອງໂລກ ຫຼື ປະມານ 2,9% ຂອງຕະຫຼາດຄວາມງາມທັງໝົດໃນທົ່ວໂລກ ໂດຍປະເທດ ສ ເກົາຫຼີ ມີອັດຕາການເຕີບໂຕດ້ານການສົ່ງອອກທີ່ສູງທີ່ສຸດ ໃນນັ້ນ ກໍມີເຄື່ອງສໍາອາງຫຼາຍຍີ່ຫໍ້ ໄດ້ປະສົບຜົນສໍາເລັດໃນການເຂົ້າສູ່ຕະຫຼາດຂອງຫຼາຍປະເທດ ໂດຍສະເພາະໃນລາວ ປັດຈຸບັນ ຄວາມງາມຂອງເກົາຫຼີ ໄດ້ຄອງໃຈຜູ້ບໍລິໂພກໃນປະເທດລາວ ກໍຄືກະແສເກົາຫຼີ (Korean Wave) ລວມທັງຊື່ສຽງຂອງຜະລິດຕະພັນບຳລຸງຜິວ ແລະ ເຄື່ອງສໍາອາງເກົາຫຼີ ໄດ້ຮັບການຍອມຮັບຈາກຜູ້ຊົມໃຊ້ຈາກທົ່ວໂລກ.

# ຮູບ – ຂ່າວ : ລັດເວລາ