ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງເມືອງວຽງຈັນ (ຄບຕ) ເປັນຫ້ອງການຫຼັກໃນການເຮັດວຽກງານປະດັບປະດາຕົວເມືອງ ເສັ້ນທາງ ແລະ ສະຖານທີ່ສຳຄັນຕ່າງໆ ໃນໂອກາດທີ່ມີກອງປະຊຸມ ຫຼື ວັນສຳຄັນຂອງຊາດ ໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ ແລະ ກຽມພ້ອມໃນການເປີດເສັ້ນທາງລົດໄຟລາວ-ຈີນ ກໍໄດ້ມີການປະດັບປະດາໃຫ້ມີສີສັນ ແລະ ຈົບງາມ.

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ໃຫ້ສຳພາດວັນທີ 30 ພະຈິກ 2021 ວ່າ ພາຍຫຼັງໄດ້ຮັບການຊີ້ນຳຈາກການນຳນະຄອນຫຼວງວຽງຈັນ ໃນການປະດັບປະດາຕົວເມືອງຄືກັບທຸກໆປີຜ່ານມາ ເຊັ່ນ ຕິດປ້າຍຄຳຂວັນຂ້າມທາງ ເຊິ່ງໄດ້ຕິດຢູ່ 3 ຈຸດຄື ເສັ້ນທາງສຸພານຸວົງ ເສັ້ນທາງໄກສອນ ພົມວິຫານ ແລະ ເສັ້ນທາງ 23 ສິງຫາ ພ້ອມກັນນັ້ນ ກໍໄດ້ມີການປະດັບປະດາທຸງຊຸມ ໂດຍໄດ້ຕິດຢູ່ຫຼາຍຈຸດທີ່ສຳຄັນຄື ສະໜາມບິນສາກົນວັດໄຕ ຕໍ່ໜ້າຫໍຄຳ ປະຕູໄຊ ຫ້ອງວ່າການສູນກາງພັກ 4 ແຍກໄຟອຳນາດດົງໂດກ ເສັ້ນທາງ 450 ປີ (ທາງແຍກເຂົ້າສະຖານີລົດໄຟ) ຈາກນັ້ນ ກໍໄດ້ປະດັບປະດາທຸງທິວ ທຸງຊາດ ທຸງພັກ ທຸງທິວນ້ອຍຕາມເສົາໄຟຟ້າລຽບຕາມເສັ້ນທາງສາຍຫຼັກຄື ເສັ້າທາງລ້ານຊ້າງ ສຸພານຸວົງ ເສດຖາທິຣາດ 3 ແສນໄທ ໄກສອນ ພົມວິຫານ ແລະ ເສັ້ນທາງທ່າເດື່ອ ເພື່ອໃຫ້ມີຄວາມຈົບງາມ.

ນອກຈາກປະດັບປະດາທຸງແລ້ວ ກໍໄດ້ສ້ອມແປງໄຟເຍືອງທາງຕາມເສັ້ນທາງສາຍຫຼັກທີ່ມີການເປ່ເພ ເພື່ອໃຫ້ມີຄວາມສະຫວ່າງເຊັ່ນ ເສັ້ນທາງໄກສອນ ພົມວິຫານ ເສັ້ນທາງ T4 ແຕ່ 3 ແຍກໂພນເຄັງ ຫາ ໜອງໄຮ ເສັ້ນທາງ 23 ສິງຫາ ສຸພານຸວົງ ແລະ ເສັ້ນທາງອື່ນໆທີ່ເປັນຄວາມຮັບຜິດຊອບຂອງ ຄບຕ ໂດຍໄດ້ຮ່ວມມືກັບບໍລິສັດໄຟຟ້າລາວ ເຖິງແມ່ນວ່າບໍ່ແມ່ນວັນສຳຄັນຂອງຊາດກໍຕາມ ຄບຕ ກໍໄດ້ເອົາໃສ່ສ້ອມແປງເປັນປະຈຳ ພ້ອມດຽວກັນນັ້ນ ກໍໄດ້ອະນາໄມ ຕັດຮອນກິ່ງງ່າໄມ້ທີ່ເດ່ໃສ່ເສັ້ນທາງ ໂດຍໄດ້ທົດລອງເສັ້ນທາງລາວ-ໄທ (ອ່າງນໍ້າປະປາໂພນທັນ ຫາໂຮງຮຽນການຊ່າງລາວເຢຍລະມັນ) ປັດກວາດເສັ້ນທາງ ເກັບມ້ຽນຂີ້ເຫຍື້ອຕາມສາຍທາງຕ່າງໆ ເພື່ອບໍ່ໃຫ້ຂີ້ເຫຍື້ອອັ່ງອໍ ເຊິ່ງເປັນກິດຈະວັດປະຈຳວັນຂອງ ຄບຕ ໂດຍເນັ້ນໃສ່ການປະຕິບັດ ສ ສະອາດ ໂດຍສະເພາະ ສ ສະອາດ ສ ສີຂຽວ ສ ສະຫວ່າງ ປັດຈຸບັນ ໄດ້ສຳເລັດ 100% ພາຍຫຼັງສຳເລັດແລ້ວ ກໍໄດ້ມີການຕິດຕາມ ກວດກາເພື່ອຮັບປະກັນບໍ່ໃຫ້ມີການຈີກຂາດ ຫຼື ຕົກຫຼົ່ນ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ