ອົງຄະນະພັກນະຄອນຫຼວງ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

    ວັນທີ 1 ທັນວາ 2021 ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ຕາງໜ້າໃຫ້ຄະນະພັກ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ນໍາກະຕ່າດອກໄມ້ວາງຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ຢູ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ ເພື່ອຄໍານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານ ຄົບຮອບ 101 ປີ.

    ການວາງກະຕ່າດອກໄມ້ຄັ້ງນີ້ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງປະທານໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ຕະຫຼອດຮອດປວງຊົນລາວທັງຊາດ ເຊິ່ງຕະຫຼອດໄລຍະເຄິ່ງສະຕະວັດ ປະທານໄກສອນ ພົມວິຫານ ໄດ້ອຸທິດສະຕິປັນຍາ ກໍາລັງວັງຊາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ການນໍາພາປະຕິວັດຂອງປະຊາຊົນລາວເຮົາ ກ້າວຂຶ້ນຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ ເຮັດໃຫ້ປະເທດເຮົາຈາກບ່ອນເປັນເມືອງຂຶ້ນ ກາຍເປັນປະເທດເອກະລາດ ແລະ ມີຖານະອັນສົມກຽດໃນເວທີສາກົນ ປະທານສົມແລ້ວທີ່ເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ເປັນວິລະບູລຸດທີ່ປີຊາສາມາດ ສະຫຼາດສ່ອງໃສ ເວລາໃດກໍເປັນແວ່ນແຍງອັນໃສແຈ້ງ ເປັນແບບຢ່າງທີ່ດີເລີດຂອງທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຊື່ສຽງຮຽງນາມ ຄຸນງາມຄວາມດີ ວິລະກໍາອັນລໍ້າເລີດຂອງປະທານໄກສອນ ພົມວິຫານ ໄດ້ກາຍເປັນສັນຍະລັກແຫ່ງການເຕົ້າໂຮມຄວາມສາມັກຄີເປັນເອກະພາບໃນທຸກຊັ້ນຄົນ ທຸກຊົນເຜົ່າ ທຸກສາສະໜາ ທຸກເພດໄວ ແລະ ບັນດາປະຊາຊາດທີ່ຮັກຫອມສັນຕິພາບທົ່ວໂລກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!