ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງໃຫ້ຮູ້ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 1 ທັນວາ 2021 ວ່າ: ວັນທີ 30 ພະຈິກ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 6.513 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ 1.425 ຄົນ ໃນນີ້ ຕິດເຊື້ອພາຍໃນໃໝ່ທັງໝົດ 1.424 ຄົນ ຈາກ 18 ແຂວງຄື:

- 576 ຄົນ ໃນ 203 ບ້ານ 9 ເມືອງ
- 107 ຄົນ ໃນ 21 ບ້ານ 3 ເມືອງ
- 97 ຄົນ ໃນ 25 ບ້ານ 3 ເມືອງ
- 87 ຄົນ ໃນ 17 ບ້ານ 5 ເມືອງ
- 81 ຄົນ ໃນ 43 ບ້ານ 7 ເມືອງ
- 76 ຄົນ ໃນ 35 ບ້ານ 6 ເມືອງ
- 65 ຄົນ ໃນ 40 ບ້ານ 7 ເມືອງ
- 60 ຄົນ ໃນ 15 ບ້ານ 4 ເມືອງ
- 50 ຄົນ ໃນ 27 ບ້ານ 9 ເມືອງ
- 49 ຄົນ ໃນ 21 ບ້ານ 4 ເມືອງ
- 45 ຄົນ ໃນ 6 ບ້ານ 3 ເມືອງ
- 42 ຄົນ ໃນ 22 ບ້ານ 3 ເມືອງ
- 39 ຄົນ ໃນ 14 ບ້ານ 2 ເມືອງ
- 18 ຄົນ ໃນ 8 ບ້ານ 3 ເມືອງ
- 14 ຄົນ ໃນ 6 ບ້ານ 3 ເມືອງ
- 9 ຄົນ ໃນ 4 ບ້ານ 3 ເມືອງ
- 7 ຄົນ ໃນ 4 ບ້ານ 3 ເມືອງ
- 2 ຄົນ ໃນ 1 ບ້ານ 1 ເມືອງ
ສ່ວນການຕິດເຊື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ ຈາກແຂວງສະຫວັນນະເຂດ . ມາຮອດວັນທີ 1 ທັນວາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 75.163 ຄົນ ເສຍຊີວິດສະສົມ 178 ຄົນ (ໃໝ່ ປິ່ນປົວຫາຍດີ ແລະ ກັບບ້ານວັນທີ 30 ພະຈິກຈໍານວນ 595 ຄົນ ກໍາລັງປິ່ນປົວ 11.853 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 8 ຄົນຄື:
- 71 ປີ ບ້ານນາປາຝາ ເມືອງ ຊະນະຄາມ ແຂວງ ວຽງຈັນ ພະຍາດປະຈຳຕົວ ຄວາມດັນເລືອດສູງ ແລະ ພະຍາດເບົາຫວານ ສັກຢາວັກຊີນຄົບ
- 51 ປີ ອາຊີບ ພະນັກງານ ບ້ານນາໝາກ ເມືອງທຸລະຄົມ ແຂວງວຽງຈັນ (ນັບເປັນຄົນເສຍຊີວິດຢູ່ນະຄອນຫຼວງ) ພະຍາດປະຈຳຕົວ ຜ່າຕັດສະໝອງເດືອນ ມີນາ ປີ 2020 ແລະ ຄວາມດັນເລືອດສູງ ໄດ້ສັກຢາວັກຊີນຄົບ
- 37 ປີ ບ້ານເພຍວັດ ເມືອງສີນາກ ນະຄອນຫຼວງວຽງຈັນ ພະຍາດຜ່ານມາບໍ່ໄດ້ກວດສຸຂະພາບ ໄດ້ສັກຢາວັກຊີນຄົບ
- 59 ປີ ບ້ານໂນນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ຄວາມດັນເລືອດສູງ ແລະ ປະດົງ ບໍ່ໄດ້ສັກຢາວັກຊີນ
- 75 ປີ ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ຄວາມດັນເລືອດສູງ ໄດ້ສັກຢາວັກຊີນຄົບ
- 69 ປີ ບ້ານໂນສີ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ຄວາມດັນເລືອດສູງ ແລະ ເບົາຫວານ ໄດ້ສັກຢາວັກຊີນຄົບ
- 75 ປີ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ຄວາມດັນເລືອດສູງ ແລະ ເບົາຫວານ ບໍ່ໄດ້ຮັບການສັກຢາວັກຊີນ
- 27 ປີ ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພະຍາດປະຈໍາຕົວ ຄວາມດັນ ເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ ບໍ່ໄດ້ຮັບການສັກຢາວັກຊີນ
# ຂ່າວ & ພາບ : ຂັນທະວີ