ຜົນສໍາເລັດກອງປະຊຸມອົງການປົກຄອງ ນວ ຄັ້ງທີ 6 ສະໄໝທີ VII

    ວັນທີ 30 ພະຈິກ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ທ່ານ ໂພຄໍາ ໄຊຍະສອນ ຫົວໜ້າຫ້ອງວ່າການ ນວ ຫົວໜ້າພະແນກການຕ່າງປະເທດ ນວ ໄດ້ຖະແຫຼງຂ່າວກ່ຽວກັບກອງປະຊຸມອົງການປົກຄອງ ນວ ຄັ້ງທີ 6 ສະໄໝທີ VII ວ່າ: ກອງປະຊຸມດັ່ງກ່າວໄດ້ດໍາເນີນວັນທີ 23 ພະຈິກ 2021 ທິ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ແລະ ພະແນກການອ້ອມຂ້າງ ນວ ແລະ 9 ຕົວເມືອງ (ປະຊຸມຜ່ານລະບົບທາງໄກ) ເຂົ້າຮ່ວມທັງໝົດ 31 ທ່ານ ຍິງ 3 ທ່ານ.

     ກອງປະຊຸມດັງກ່າວນີ້ ໄດ້ພິຈາລະນາ ແລະ ໄດ້ຮັບຮອງເອົາ 4 ບັນຫາສໍາຄັນຄື: 

  1. ກອງປະຊຸມໄດ້ຮັບຮອງເອົາບົດລາຍງານສະພາບພົ້ນເດັ່ນປະຈໍາເດືອນພະຈິກ 2021 ຂອງ ນວ ພົ້ນເດັ່ນກວ່າໝູ່ອົງການປົກຄອງ ນວ ໄດ້ຈັດຕັ້ງປະຕິບັດ 
  2. ວາລະແຫ່ງຊາດ ໂດຍໄດ້ມີການຜັນຂະຫຍາຍ ແລະ ມີການຈັດກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອລາຍງານການຈັດຕັ້ງປະຕິບັດໃນແຕ່ລະອາທິດ ແຕ່ລະເດືອນ ໂດຍໄດ້ມີການສະຫຼຸບສັງລວມເພື່ອລາຍງານຫາລັດຖະບານຢ່າງເປັນປົກກະຕິ ພ້ອມນັ້ນ ຮັບຮອງເອົາແຜນວຽກຈຸດສຸມປະຈໍາເດືອນທັນວາ 2021 ເປັນຕົ້ນ ສຸມໃສ່ການຄົ້ນຄວ້າບັນດານະໂຍບາຍທີ່ມີສາຍກ່ຽວພັນກັບການແກ້ໄຂພະຍາດລະບາດໂຄວິດ-19 ຢູ່ໃນຂົງເຂດທີ່ໄດ້ຮັບຜົນກະທົບເຊັ່ນ: ຂົງເຂດການທ່ອງທ່ຽວ ການບໍລິການ ການຜະລິດ ແລະ ອື່ນໆ ພ້ອມນັ້ນ ເອົາໃຈໃສ່ຊຸກຍູ້ວຽກງານການຜະລິດແບບຕ່ອງໂສ້ ແລະ ກະກຽມພັດທະນາໂຄງລ່າງທີ່ຕິດພັນກັບຂະແໜງການທ່ອງທ່ຽວ ໂດຍຕິດພັນກັບການກະກຽມເປີດບໍລິການທາງລົດໄຟລາວ-ຈີນ ໃຫ້ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອກຽມປ້ອງກັນການເປີດນໍາໃຊ້ທາງລົດໄຟລາວ-ຈີນ ໂດຍໃຫ້ມີການສົມທົບກັບພະແນກການກ່ຽວຂ້ອງ ນອກນັ້ນ ໃຫ້ເອົາໃຈໃສ່ການຮັບຮອງນິຕິກໍາ ກ່ຽວກັບການຮັບຮອງເອົາການກໍານົດຫົວໜ່ວຍລາຄາທີ່ດິນ ໂດຍມອບໃຫ້ພະແນກການເງິນ ແລະ ພະແນກຊັບພະຍາກອນທໍາມະຊາດ-ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ສ່ວນບັນຫາທີ່ຍັງເປັນຂໍ້ຄົງຄ້າງ ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນທີ່ວາງໄວ້. 
  3. ໄດ້ຮັບຮອງກ່ຽວກັບຫົວຂໍ້ທີ່ຈະນໍາເຂົ້າພິຈາລະນາ ແລະ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ເຊັ່ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານປະຈໍາປີ 2021 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ປະຈໍາປີ 2022 ຂອງ ນວ ຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໂຄງການພັດທະນາທີ່ມີຄວາມຊັກຊ້າແກ່ຍາວຢູ່ ນວ ການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຄື: ໂຄງການພັດທະນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນວ ໂຄງການທາງດ່ວນວຽງຈັນ ໝາຍເລກ 1 ແລະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ 
  4. ໄດ້ຮັບຮອງກ່ຽວກັບຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ 
  5. ໄດ້ຮັບຮອງກ່ຽວກັບຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຮູບແບບອາຄານ ສໍານັກງານຫ້ອງວ່າການປົກຄອງເມືອງ ແລະ ຮູບແບບເສັ້ນທາງເຂົ້າ-ອອກ ຫ້ອງວ່າການປົກຄອງເມືອງໃໝ່ ຂອງຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່. ນອກນັ້ນ ປະທານກອງປະຊຸມຍັງໄດ້ເນັ້ນໜັກໃສ່ແຜນວຽກຈຸດສຸມໃນຕໍ່ໜ້າ ສຸມໃສ່ວຽກງານ ປກຊ-ປກສ ທົ່ວ ນວ ໃຫ້ມີຄວາມສະຫງົບໂດຍພື້ນຖານ ສືບຕໍ່ຍົກສູງຄວາມເປັນເຈົ້າການໃນການປະຕິບັດມາດຕະການ ໃນວຽກງານຕ້ານສະກັນກັ້ນຄວບຄຸມ ແລະ ແກ້ໄຂການແຜ່ລະບາດໂຄວິດ-19 ໃນຊຸມຊົນຢູ່ ນວ ໃຫ້ເຂັ້ມແຂງ ແລະ ໃຫ້ມີຈຳນວນຜູ້ຕິດເຊື້ອຕ້ອງຫຼຸດລົງຢ່າງຊັດເຈນ ປົດຈໍານວນບ້ານແດງໃຫ້ເຫຼືອໜ້ອຍທີ່ສຸດ ການສັກວັກຊິນໃຫ້ຄົບຕາມແຜນການ ສືບຕໍ່ດຳເນີນການຢ່າງແຂງແຮງ ແລະ ໃຫ້ສຳເລັດຂັ້ນພື້ນຖານໃນການແກ້ໄຂບັນດາຂໍ້ຂັດແຍ່ງທາງດ້ານທີ່ດີນ ໃນບັນດາໂຄງການຕ່າງໆໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ການຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນໃນການເກັບກ່ຽວຜົນຜະລິດ ແລະ ກະກຽມປູກພືດລະດູແລ້ງ ຄົ້ນຄ້ວາສຳຫຼວດ ຜົນກະທົບທາງດ້ານເສດທະກິດ ແລະ ແກ້ໄຂຄວາມທຸກຍາກໃຫ້ບຸກທະລຸ ແລະ ເພື່ອຊຸກຍູ້ໃຫ້ມີການເໜັງຕີງກະຕຸ້ນເສດຖະກິດ ສ້າງກົນໄກໃນການສຳຫຼວດປະເມີນຜົນມາດຖານພົ້ນທຸກ ເພື່ອຕີລາຄາບ້ານພັດທະນາ ຕາມດຳລັດ 348 ແລະ ກະກຽມເປີດບັ້ນດຳເນີນການປະເມີນຜົນປະຈໍາປີ 2021 ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ໃນເດືອນທັນວາ ທີ່ຈະມາເຖິງນີ້ ແມ່ນຈະໄດ້ກະກຽມສະເຫຼີມສະຫຼອງວັນບຸນສໍາຄັນຂອງພັກ-ຂອງຊາດ ກະກຽມກົນໄກ ທາງດ້ານວຽງານການສຶກສາ ວຽກງານບຸກຄະລາກອນ ເພື່ອຮັບມືກັບສະພາບໄພຫວ່າງງານ ຢູ່ໃນ ນວ ພ້ອມກັນນັ້ນ ກໍ່ຕ້ອງກະກຽມຮັບມືກັບພະຍາດລະບາດຕາມລະດູໃຫ້ທ່ວງທັນກັບສະພາບການຕົວຈິງ. 

    ໃນຕອນທ້າຍກອງປະຊຸມບັນດາທ່ານສະມາຊິກອົງການປົກຄອງ ຕ້ອງໄດ້ພ້ອມກັນສືບຕໍ່ຄົ້ນຄ້ວາຜັນຂະຫຍາຍ ບັນດາແຜນວຽກຂອງແຕ່ລະຂະແໜງການໃນຄວາມຮັບຜິດຊອບຕົນ ສ້າງບາດກ້າວບຸກທະລຸໃໝ່ ສຸມກຳລັງເຫື່ອແຮງຂຸດຄົ້ນໝູນໃຊ້ກາລະໂອກາດທ່າແຮງ ໃຫ້ບັນດາຄາດໝາຍ ແລະ ຕົວຊີ້ວັດທີ່ໄດ້ກຳນົດໄວ້ໃນແຜນ ປີ 2021 ໃຫ້ບັນລຸຕາມລະດັບຄາດໝາຍ..

# ຂ່າວ – ພາບ : ຂັນທະວີ

error: Content is protected !!