ໃສ່ບາດຖວາຍທານ ກຽມຄວາມພ້ອມເປີດນໍາໃຊ້ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ

    ວັນທີ 30 ພະຈິກ 2021 ທີ່ຫ້ອງການບໍລິສັວຽງຈັນ ໂລຈິສຕິກພາກ ຈາກັດ ໄດ້ມີພິທີໃສ່ບາດຖວາຍທານພະສົງ 9 ອົງ ເພື່ອເອົາເລີກເອົາໄຊອັນເປັນສິລິມຸງຄຸນໃຫ້ແກ່ການກຽມຄວາມພ້ອມໃຫ້ແກ່ການເປີດນໍາໃຊ້ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ກໍຄືໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 4 ທັນວາ ທີ່ຈະມາເຖິງນີ້ ພ້ອມນັ້ນ ເພື່ອອຸທິດບຸນກຸສົນໃຫ້ແກ່ເຈົ້າຖິ່ນເຈົ້າຖານ ເຈົ້າດິນເຈົ້າດອນ ເຈົ້າກໍານາຍເວນ ແລະ ສັບພະສັດທັງຫຼາຍ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານ ນາງ ສີຈັນ ວິພາວັນ ພັນລະຍານາຍົກລັດຖະມົນຕີ ອະດີດການນໍາ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ພ້ອມຄອບຄົວ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານຄະນະກຳມະການດ້ານຍຸດທະສາດ ແລະ ການວາງແຜນ ບໍລິສັດ ທີແອວ ໂຮນດິ້ງ ຈໍາກັດ ພ້ອມດ້ວຍຄະນະບໍລິຫານງານ ແລະ ພະນັກງານບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດເຂົ້າຮ່ວມ. 

    ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກຄົບວົງຈອນ ນະຄອນຫຼວງວຽງຈັນ ເປັນໂຄງການທີ່ນອນຢູ່ໃນແຜນຍຸດທະສາດພັດທະນາໂລຈິສຕິກຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນປະເທດລາວ ເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນ ໃນດໍາລັດວ່າດ້ວຍທ່າບົກ ໄດ້ກໍານົດຈຸດປະສົງໃຫ້ທ່າບົກເປັນດ່ານສາກົນສິນຄ້າ ບໍລິການດ້ານຄົມມະນາຄົມໃຫ້ສະດວກ ວ່ອງໄວ ປອດໄພໂລ່ງລ່ຽນທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ເຊິ່ງທ່າບົກທ່ານາແລ້ງ ເປັນດ່ານຊາຍແດນສາກົນ ໃນການຂົນສົ່ງສິນຄ້າຂ້າມແດນ ແລະ ເປັນທ່າບົກປະເພດໜຶ່ງທີ່ມີບໍລິການຄົບຊຸດ. 

    ທ່າບົກທ່ານາແລ້ງ ເປັນຈຸດເຊື່ອມຈອດການຂົນສົ່ງຫຼາຍຮູບແບບທີ່ມີຄວາມສາມາດຮອງຮັບບໍລິມາດຕູ້ສິນຄ້າໄດ້ 1.000 ຫາ 3.000 ຕູ້ຕໍ່ວັນ ເຊິ່ງວັນທີ 7 ກັນຍາ 2021 ຜ່ານມາ ໄດ້ມີພິທີເປີດທົດລອງນໍາໃຊ້ລະບົບບໍລິຫານຈັດການສະຖານີຂົນສົ່ງທີ່ບັນຊາຫາຫ້ອງຄວບຄຸມກາງ Control Room Center ທີ່ສາມາດບໍລິຫານຈັດການຂັ້ນຕອນການຮັບເຂົ້າການກວດກາ ແລະ ຈັດລຽງຕູ້ສິນຄ້າໃນລານຕູ້ ກໍຄືການຈັດການຄ່ຽນຖ່າຍສິນຄ້າຂຶ້ນລົງພາຫະນະ ແລະ ເຂົ້າອອກພື້ນທີ່ເກັບຮັກສາສິນຄ້າຢ່າງເປັນລະບົບ ເຊິ່ງທ່າບົກທ່ານາແລ້ງ ໃຊ້ລະບົບບໍລິຫານຈັດການ Terminal Operation System (TOS) ເຊິ່ງຜົນສໍາເລັດຂອງການບໍລິການທີ່ເປັນລະບົບຂອງທ່າບົກທ່ານາແລ້ງ ຈະສາມາດຍົກຍ້າຍບໍລິການຄ່ຽນຖ່າຍສິນຄ້າເຂົ້າອອກຕູ້ ການເຕົ້າໂຮມ ແລະ ການກະຈາຍສິນຄ້າມາໄວ້ຢູ່ ສປປ ລາວ ອັນຈະເປັນການສ້າງລາຍຮັບເຂົ້າປະເທດ. 

    ນອກຈາກນັ້ນ, ທີ່ຕັ້ງທ່າບົກທ່ານາແລ້ງຍັງເປັນຈຸດເຊື່ອມຈອດການຂົນສົ່ງສິນຄ້າລົດໄຟລາວ-ໄທ ແລະ ລົດໄຟ ລາວ-ຈີນ ຈຶ່ງສາມາດນໍາໄປສົ່ງການບໍລິການຜ່ານແດນສິນຄ້າລະຫວ່າງໄທ ແລະ ຈີນ ເຊິ່ງຈະເປັນ ນະວັດຕະກໍາໃໝ່ ໃນການນໍາໃຊ້ທ່າບົກທ່ານາແລ້ງ ໃຫ້ເກີດປະສິດທິພາບສູງສຸດ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!