ນ້ອງນັກຮຽນຜູ້ກ້າວໜ້າ ໄດ້ເຂົ້າເປັນອະນຸຊົນ ແລະ ເຍົາວະຊົນທັນວາ

    ວັນທີ 30 ພະຈິກ 2021 ທີ່ໂຮງຮຽນປະຖົມສົມບູນຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາໃໝ່ ໂດຍມີທ່ານ ໄກສອນ ນາລີອອມ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຫົງສາ ທ່ານ ນາງ ທອງຄໍາ ທໍາມະລັດ ຄະນະພັດທະນາການສຶກສາຂັ້ນບ້ານ ທ່ານນາງ ບົວພັນ ສົມພູວິເສດ ຮອງຜູ້ອຳນວຍການໂຮງຮຽນປະຖົມສົມບູນຫົງສາ ແຂກຖືກເຊີນ ຄູ-ອາຈານ ແລະ ນ້ອງເຍົາວະຊົນ-ອະນຸຊົນພາຍໃນໂຮງຮຽນແຫ່ງດັ່ງກ່າວເຂົ້າຮວ່ມ.

    ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງ ສະບັບເລກທີ 524 ລົງວັນທີ 25 ພະຈິກ 2021 ວ່າດວ້ຍການຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາ ໃໝ່ ຈໍານວນ 79 ຄົນ ຍິງ 50 ຄົນ ໃນນີ້ ເຍົາວະຊົນມີ 58 ຄົນ ຍິງ 36 ຄົນ ແລະ ອະນຸຊົນ ມີ 21 ຄົນ ຍິງ 14 ຄົນ ຈາກນັ້ນ ຄະນະປະທານກໍນຳເອົາແພແດງ-ແພຟ້າ ໃຫ້ນ້ອງນ້ອຍເຍົາວະຊົນ-ອະນຸຊົນ ແລະ ເຍົາວະຊົນເກົ່າກໍໄດ້ອະທິບາຍກ່ຽວກັບວິທີການນຳໃຊ້ແພດັ່ງກ່າວ ພ້ອມມັດແພແດງ-ແພຟ້າໃຫ້ສະມາຊິກເຍົາວະຊົນ-ອະນຸຊົນທັນວາໃໝ່ຢ່່າງຖືກຕ້ອງ.

    ໂອກາດນີ້ ສະຫາຍ ໄກສອນ ນາລີອອມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນ-ອະນຸຊົນທັນວາຄັ້ງນີ້ ແລະ ເນັ້ນໃຫ້ນ້ອງນ້ອຍເຍົາວະຊົນ-ອະນຸຊົນໃໝ່ ຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ ເປັນແບບຢ່າງໃຫ້ແກ່ມະຫາຊົນທົ່ວໄປ ເພຶ່ອໃຫ້ສົມກັບຄໍາຂວັນຂອງເຍົາວະຊົນທີ່ວ່າ: ເພຶ່ອພາລະກິດຂອງຊາດ ເຍົາວະຊົນກຽມພ້ອມປະຕິບັດກົດລະບຽບຂອງເຍົາວະຊົນທັນວາຢ່າງເຂັ້ມງວດ ຕາມພາລະບົດບາດສິດໜ້າທີ່ ເອົາໃຈໃສ່ປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນ 3 ດີ 4 ຮູ້ ແລະ ເນື້ອໃນຄໍາສອນ 6 ຮັກ 3 ຊັງ ຂອງທ່ານຜູ້ນໍາ. 

error: Content is protected !!