ຮ່ວມບໍລິຈາກເລືອດເນື່ອງໃນໂອກາດວັນຊາດທີ 2 ທັນວາ

    ເພື່ອເປັນການປະກອບສ່ວນສ້າງຂະບວນການຕ້ອນຮັບວັນຊາດ 2 ທັນວາ ຄົບຮອບ 46 ປີ ພ້ອມທັງ ເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ວັນທີ ​27 ພະຈິກ ​2021 ສູນເລືອດແຫ່ງຊາດ ອົງການກາແດງລາວ ຮ່ວມໂມທະນາບຸນນໍາພະສົງສາມະເນນ ວັດບ້ານ ທ່າເດືອນສິງຫອມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈັດກິດຕະກໍາຮັບບໍລິຈາກເລືອດຢູ່ທີ່ວັດບ້ານດັ່ງກ່າວ. 

    ກິດຈະກໍາຄັ້ງນີ້ ມີຜູ້ຮ່ວມ​ບໍລິຈາກເລືອດ​ທັງໝົດ​ 24​ ທ່ານ ໃນນັ້ນ ເປັນປະສົງສາມະເນນຈໍານວນ 20 ອົງ ຂໍອະນຸໂມທະນາບຸນນໍາ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!