ມສ ວຽງຈັນ ພັດທະນາທັກສະ ຄວບຄູ່ກັບການປະເມີນຜົນການຮຽນ-ການສອນອອນລາຍ

    ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ຈັດເຝີກອົບຮົມການນຳໃຊ້ໄອທີໃຫ້ກັບຄູ-ອາຈານ ເຂົ້າໃນການຮຽນ-ການສອນ ແບບເຊີ່ງໜ້າ ແລະ ອອນລາຍ ໃນວັນທີ 27 ພະຈິກ 2021 ທີ່ ໂຮງຮຽນດັ່ງກ່າວ.

    ທ່ານ ນາງ ມະນີວອນ ພະໄຊຍະວົງ ຮອງຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໄດ້ແຈ້ງໃຫ້ຊາບວ່າ: ການຈັດເຝີກອົບຮົມການນຳໃຊ້ໄອທີເຂົ້າໃນການຮຽນ-ການສອນ ແບບເຊີ່ງໜ້າ ແລະ ອອນລາຍ ສະເພາະສົກຮຽນນີ້ ຈັດຂຶ້ນເປັນຄັ້ງທີ 2 ເພາະກ່ອນໜ້ານີ້ ໄດ້ຈັດຂຶ້ນແລ້ວຄັ້ງໜຶ່ງ ເຊິ່ງໃນຄັ້ງນີ້ ນອກຈາກເປັນການເຝິກອົບຮົມແລ້ວ ຍັງເປັນການປະເມີນຄືນ ໃນການຈັດຕັ້ງການຮຽນ-ການສອນຜ່ານມາ.

    ການເຝິກອົບຮົມຄັ້ງນີ້ ນອກຈາກເປັນການກວດກາຄືນແລ້ວ ຍັງຈະເສີມທັກສະໃຫ້ຄູ-ອາຈານ ໃນການ ສ້າງພາວເວີພອຍ ໃຫ້ມີສີສັນໜ້າສົນໃຈໃນການຮຽນ ພ້ອມທັງແນະນຳການເຮັດບົດປະເມີນຜົນ ແລະ ການສ້າງວີດີໂອສຳລັບນັກຮຽນຊັ້ນ ມ1 ມ2  ນອກຈາກການຮຽນຜ່ານທາງພາວເວີພອຍແລ້ວ ຍັງຈະອັດວີດີໂອສົ່ງໃຫ້ນັກຮຽນ ເສີມສ້າງທັກສະໃນການຮຽນໃຫ້ກັບນັກຮຽນອີກທາງໜຶ່ງ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!