ຄະນະໂຄສະນາອົບຮົມ ນວ ຫວນຄືນມູນເຊື້ອວັນສຳຄັນຂອງຊາດ

    ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ຮັບຮູ້ ເຊື່ອມຊຶມກ່ຽວກັບວັນປະສາດຂອງຊາດ ກໍຄືວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ (2/12/1975-2/12/2021) ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 101 ປີ (13/12/1920-13/12/2021) ແລະ ຜົນສຳເລັດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ວັນທີ 30 ພະຈິກ 2021 ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ (ນວ) ຈັດພິທີປາຖະກະຖາວັນດັ່ງກ່າວຂຶ້ນ ທີ່ສຳນັກງານອົງການປົກຄອງ ນວ (ຜ່ານລະບົບທາງໄກ) ເປັນກຽດປາຖະກະຖາໂດຍທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າຫ້ອງການກອງບັນຊາການທະຫານ ນວ ມີຮອງປະທານສະພາປະຊາຊົນ ນວ ບັນດາພະແນກການ ອົງການປົກຄອງເມືອງ ປກສ ແລະ ປກຊ ອ້ອມຂ້າງ ນວ ເຂົ້າຮ່ວມຮັບຟັງ. 

    ໃນພິທີ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດດ້ວຍຄວາມລະອິດລະອ້ຽວ ແຕ່ກໍສາມາດຍາດໄຊຊະນະອັນໃຫຍ່ຫຼວງມາສູ່ປະຊາຊົນລາວທັງຊາດ ເນື່ອງຈາກວ່າມີການຊີ້ນໍາ-ນໍາພາອັນລະຫຼາດສ່ອງໃສຂອງບັນດາການນໍາ ນັກປະຕິວັດ ພ້ອມນີ້ ກໍໄດ້ຍົກໃຫ້ເຫັນໝາກຜົນແຫ່ງການຕໍ່ສູ້ກູ້ຊາດ ກໍຄືການພັດທະນາປະເທດຊາດ ພາຍຫຼັງທີ່ໄດ້ຮັບການປົດປ່ອຍ ຕະຫຼອດໄລຍະ 46 ປີຜ່ານມາ ແມ່ນຫຼາຍດ້ານທີ່ໄດ້ຮັບການພັດທະນາຢ່າງພົ້ນເດັ່ນ ເປັນຕົ້ນແມ່ນພື້ນຖານໂຄງລ່າງ ຊີວິດການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ. 

    ນອກຈາກນີ້ ທ່ານຍັງໄດ້ເລົ່າຄືນຊີວິດ ແລະ ການເຄື່ອນໄຫວຂອງປະທານໄກສອນ ພົມວິຫານ ເຊິ່ງຕະຫຼອດຊິວິດຂອງປະທານໄກສອນ ພົມວິຫານ ແມ່ນມີຄວາມດຸໝັ່ນເກັ່ງກ້າສາມາດຫຼາຍດ້ານ ມີຈິດໃຈເສຍສະຫຼະເພື່ອຕົນກໍຄືປະເທດຊາດບ້ານເມືອງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຕ່າງໆເພື່ອຕໍ່ສູ້ປົດປ່ອຍປະເທດຊາດຈົນໄດ້ຮັບນາມມະຍົດເປັນຜູ້ນໍາດີເດັ່ນ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດກ້າວຂຶ້ນໃນເວທີສາກົນ. 

    ໂອກາດນີ້ ທ່ານກໍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງທາງລົດໄຟລາວ-ຈີນ ຄວາມເປັນມາ ຜົນສຳເລັດ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກໂຄງການດັ່ງກ່າວ ເຊັ່ນ ສປປ ລາວ ຈະມີພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໝັ້ນຄົງ ທີ່ຕອບສະໜອງຍຸດທະສາດ ຫັນຈາກປະເທດທີ່ບໍມີຊາຍແດນຕິດກັບທະເລ ຫັນມາເປັນປະເທດເຊື່ອມຈອດກັບບັນດາປະເທດພາກພື້ນ ແລະ ສາກົນ ບັນລຸຍຸດທະສາດການຮ່ວມມື ແລະ ການເຊື່ອມຈອດລະຫວ່າງ ສປປ ລາວ ກັບປະເທດອາຊຽນ ແລະ ຈີນ ດຶງດູດການລົງທຶນຈາກຕ່າງປະເທດ ມີຄ່າຂົນສົ່ງຕໍ່າ ເປັນປັດໄຈປະກອບສ່ວນໃຫ້ຂະແໜງກະສິກຳ ອຸດສາຫະກຳ ທ່ອງທ່ຽວມີຕົ້ນທຶນການຜະລິດຕໍ່າ ແລະ ອື່ນໆ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ  

error: Content is protected !!