ນາຍົກລັດຖະມົນຕີ ຢ້ຽມຢາມລາຊະອານາຈັກກໍາປູເຈຍ

   ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກກໍາປູເຈຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 29-30 ພະຈິກ 2021.

   ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ທີ່ນໍາໂດຍທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ ໃນວັນທີ 29 ພະຈິກ 2021 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການຢ່າງສົມກຽດ ໂດຍ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກກໍາປູເຈຍ ທີ່ຫໍສັນຕິພາບ ຫຼັງຈາກສໍາເລັດພິທີຕ້ອນຮັບຢ່າງເປັນທາງການ ສອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ໄດ້ມີການປະຊຸມພົບປະສອງຝ່າຍຮ່ວມກັນ.

    ໃນໂອກາດດັ່ງກ່າວນີ້ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນດ້ວຍໄມຕິຈິດມິດຕະພາບອັນດູດດື່ມ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຂອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ. 

   ການຢ້ຽມຢາມລາຊະອານາຈັກກໍາປູເຈຍ ຄັ້ງນີ້ ແມ່ນການເຄື່ອນໄຫວຢ້ຽມຢາມຄັ້ງທໍາອິດ ແລະ ປະເທດທໍາອິດ ນັບແຕ່ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ  ພ້ອມທັງເປັນການຢືນຢັນອີກເທື່ອໜຶ່ງ ເຖິງຄວາມມຸ່ງໝັ້ນ ແລະ ເຈດຈໍານົງທີ່ສະເໝີຕົ້ນສະເໝີປາຍຂອງລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ມູນເຊື້ອສາຍພົວພັນມິດຕະພາບ ຖານເພື່ອນມິດສະໜິດສະໜົມ ຖານບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ ກຄື ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ-ກໍາປູເຈຍ. 

     ພ້ອມດຽວກັນນີ້ ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ສົມເດັດ ເຕໂຈ ຮຸນແຊນ ກໍຄື ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໃຫ້ການຊ່ວຍເຫຼືອຈາກລັດຖະບານໃນໄລຍະຜ່ານມາ ທັງອຸປະກອນການແພດ ແລະ ວັກຊີນ ພ້ອມທັງປຸກລະດົມພາກເອກະຊົນຂອງກໍາປູເຈຍ ຊ່ວຍເຫຼືອຕື່ມອີກ. 

    ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງຮ່ວມມືໃນຕໍ່ໜ້າ ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊຶ້ອຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງລາວ ແລະ ກໍາປູເຈຍ ທີ່ນັບມື້ນັບໄດ້ຮັບການຂະຫຍາຍຕົວແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ນັບຕັ້ງແຕ່ສອງປະເທດໄດ້ຍົກລະດັບສາຍພົວການຮ່ວມມືເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ໃນປີ 2019 ການພົວພັນຮ່ວມມືຂອງສອງປະເທດ ກໍມີບັນຍາກາດອັນໃໝ່ ເຖິງວ່າສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ມີຄວາມສັບສົນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຕ່ລະປະເທດຍັງມີຄວາມຫຍຸ້ງຍາກ ແຕ່ການພົວພັນຂອງສອປະເທດ ລາວ-ກໍາປູເຈຍ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ ຊຶ່ງສະແດງອອກ ຄື: ຜູ້ນໍາສອງປະເທດ ລາວ-ກໍາປູເຈຍ ໄດ້ມີການພົບປະກັນຢ່າງເປັນປົກກະຕິ ທັງໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຕ່າງໆ ແລະ ພົບປະສອງຝ່າຍໃນຮູບແບບທາງໄກ ການພົວພັນຮ່ວມມືຂອງສອງປະເທດໃນດ້ານຕ່າງໆ ແມ່ນໄດ້ຮັບການເສີມຂະຫຍາຍ ເປັນຕົ້ນ ການຮ່ວມມືດ້ານການເມືອງແມ່ນຢູ່ໃນລະດັບດີ ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ ແລະ ວຽກງານຕ້ານຢາເສບຕິດ ກໍມີຄວາມໃກ້ຊິດ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກການນໍາທັງສອງປະເທດ.

   ການຮ່ວມມືດ້ານການລົງທຶນ ດ້ານເສດຖະກິດ ການຄ້າ ວັດທະນະທໍາ-ສັງຄົມ ສຶກສາ ແລະ ການຮ່ວມມືໃນທ້ອງຖິ່ນ ກໍເຫັນວ່າມີການຂະຫຍາຍຕົວເປັນກ້າວໆ ສອງຝ່າຍສະແດງຄວາມຍິນດີທີ່ເຫັນວ່າ ການຄ້າການລົງທຶນສອງຝ່າຍມີທ່າຂະຫຍາຍຕົວດີຂຶ້ນ ການລົງທຶນຂອງກໍາປູເຈຍຢູ່ລາວ ແລະ ຂອງນັກລົງທຶນລາວຢູ່ກໍາປູເຈຍ ກໍນັບມື້ນັບເພີ່ມຂຶ້ນ ພ້ອມທັງຢືນຢັນຈະຮ່ວມກັນສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງເສີມການຮ່ວມມືດ້ານເສດຖະກິດ ການຄ້າຂອງສອງຝ່າຍໃຫ້ນັບມື້ນັບຫຼາຍຂຶ້ນ. 

    ພິເສດ ແມ່ນເສີມຂະຫຍາຍການຮ່ວມມືດ້ານພະລັງງານທີ່ລາວມີທ່າແຮງໃນການຜະລິດ ແລະ ສົ່ງອອກ ແລະ ກໍາປູເຈຍ ກໍມີຄວາມຕ້ອງການສູງ ນອກນີ້ ສອງຝ່າຍຍັງໄດ້ແຈ້ງໃຫ້ເຊິ່ງກັນ ແລະ ກັນ ຊາບກ່ຽວກັບສະພາບການພັດທະນາເສດຖະກິດ- ສັງຄົມ ແລະ ການສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19. 

    ສອງຝ່າຍ ໄດ້ສະເໜີໃຫ້ມີການປຶກສາຫາລືກັນກ່ຽວກັບການຟື້ນຟູເສດຖະກິດ ຫຼັງການແພ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການຟື້ນຟູການທ່ອງທ່ຽວ.

    ສອງຝ່າຍຈະສືບຕໍ່ຮ່ວມກັນເຮັດໃຫ້ສໍາເລັດ ແຜນແມ່ບົດການຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະສາດຮອບດ້ານ  ໝັ້ນຄົງຍາວນານ ເພື່ອຈະເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທໍາ ພ້ອມທັງຮ່ວມກັນຊຸກຍູ້ໃຫ້ມີການພົບປະກັນຫຼາຍຂຶ້ນຕື່ມ ລະຫວ່າງຂະແໜງການກ່ຽວຂ້ອງ ບົນພື້ນຖານກົນໄກທີ່ທັງສອງຝ່າຍມີແລ້ວ ເປັນຕົ້ນ ການຮ່ວມມືສອງຝ່າຍ (JC) (JBC) ແລະ ອື່ນໆ ແນໃສ່ປຶກສາຫາລື ແລະ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນໍາຂອງສອງປະເທດໄດ້ລົງນາມ ແລະ ຕົກລົງເປັນເອກະພາບກັນແລ້ວ ລວມທັງບັນຫາຊາຍແດນລະຫວ່າງ 2 ປະເທດ.

    ໃນໂອກາດດຽວກັນນີ້ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້ເຊື້ອເຊີນສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ພ້ອມດ້ວຍພັນລະຍາ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.

    ໃນມື້ຕໍ່ມາ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຄໍານັບ ພະບາດ ສົມເດັດ ພຣະບໍຣົມ ມະນຽດ ໂນໂຣດົມ ສີຫາມຸນີ ເຈົ້າຊີວິດແຫ່ງລາຊະອານາຈັກກໍາປູເຈຍ ພົບປະກັບ ສົມເດັດ ອັກ ຄະມະຫາ ໂປເນຍ ຈັກໄກຣ ເຮັງ ຊໍາຣິນ ປະທານສະພາແຫ່ງຊາດ ແລະ ສົມເດັດ ວິບຸນ ເສນາ ພຽກໄດ ຊາຍ ຊຸມ, ປະທານສະພາສູງ ແຫ່ງລາຊະອານາຈັກກໍາປູເຈຍ. 

   ນອກນີ້ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າວາງພວງມາລາທີ່ອານຸສາວະລີນັກຮົບນິລະນາມ ແລະ ອານຸສາວະລີ ເຈົ້າໂນໂຣດົມ ສີຫານຸ.

   ໃນໂອກາດການຢ້ຽມຢາມຄັ້ງນີ້ ລັດຖະບານ ແລະ ປະຊາຊົນກໍາປູເຈຍ ໄດ້ມອບເງິນສົດເພື່ອຊ່ວຍ ສປປ ລາວ ໃນການຕ້ານໂຄວິດ-19 ຈໍານວນ 3.000.000 ໂດລາສະຫະລັດ ວັກຊີນ 500.000 ໂດສ໌ ແລະ ລົດຂົນສົ່ງວັກຊີນອີກ 2 ຄັນ ນອກນີ້ ພາກເອກະຊົນຂອງກໍາປູເຈຍຫຼາຍບໍລິສັດ ກໍໄດ້ມອບເງິນສົມທົບເພີ່ມອີກ 10.000.000 ໂດລາສະຫະລັດ ລວມເປັນເງິນທັງໝົດຈໍານວນ 13.000.000 ໂດລາສະຫະລັດ.

# ຂ່າວ-ພາບ : ກົມການຂ່າວ

error: Content is protected !!